ໄຂງານບຸນຕ້ອນຮັບບຸນ ປີໃໝ່ຢູ່ນະຄອນໂຮ່ຈິມິນ

ໄຂງານບຸນຕ້ອນຮັບບຸນ ປີໃໝ່ຢູ່ນະຄອນໂຮ່ຈິມິນ  - ảnh 1
(ໄຂ​ງານ​ບຸນ​ຕ້ອນຮັບ​ບຸນປີ​ໃໝ່ຢູ່ນະຄອນ​ໂຮ່ຈິ​ມິນ)

(vovworld) - ງານ​ບຸນ​ຕ້ອນຮັບ​ບຸນປີ​ໃໝ່ຢູ່ນະຄອນ​ໂຮ່ຈິ​ມິນ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່​າ ວັນ​ທີ 30/12, ​ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ປະຈຳປີ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​​ເຄື່ອນ​ໄຫວ​ວັດທະ​ນະ​ທຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ໝູ່​ມະຫາຊົນ​ນະຄອນ.ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວາງສະ​ແດງ, ລະ​ຫຼິ້ນ, ວັດທະນະທຳ​ອາຫານ​ການ​ກິນ... ງານ​ບຸນ​ຍັງ​ແມ່ນ​ໂອກາດ​ເພື່ອ​ໂຄສະ​ນາ​ເຖິງ​ເພື່ອນ​ມິດສາ​ກົນ​ພາ​ບພົດ​ຂອງ​ນະຄອນ​ໂຮ່ຈິ​ມິນ​ທີ່​ຂະຫຍັນ​ຂັນ​ເຂື່ອນ, ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​​ແບບ, ພວມ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ຈຸດ​ພິ​ເສດ​ຂອງ​ງານ​ບຸນ​ແມ່ນ​ລາຍການ​ສະຫຼຸບ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ງານ​ມະ​ໂຫລານສິລະ​ປະ ເດີນ​ກາ​ຕ່າ​ຍຕື ນະຄອນ​ໂຮ່ຈິ​ມິນ​ປີ 2013 - ລາງວັນ​ດອກ​ບົວ​ຄຳ. ​ເນື່ອງ​ໃນ​ໂອກາດ​ນີ້, ມວນຊົນ ​ແລະ ນັກ​ທ່​ອງທ່ຽວຍັງ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ຂອງ​ງານ​ບຸນ “ນະຄອນ​ໂຮ່ຈິ​ມິນ ຕ້ອນຮັບ​ປີ​ໃໝ່ຄ​.ສ 2014” ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ ​ເດີນ​ກາ​ຕ່າ​ຍຕື ​ໂດຍ​ບັນດາ​ນັກ​ສິ​ລະ​ປີນທີ່​ມີ​ຊື່​ສຽງ​ສະ​ແດງ.

ຂ່າວ/ບົດ​ອື່ນ