ໄຂງານບຸນລະດູບານ ໃໝ່ຮ່າໂນ້ຍປີ2015

ໄຂງານບຸນລະດູບານ ໃໝ່ຮ່າໂນ້ຍປີ2015 - ảnh 1
ໄຂງານ​ບຸນ​ລະ​ດູ​ບານ​ໃໝ່​ປີ 2015
(ພາບ: dulichvn.org.vn)

(vovworld) – ງານ​ບຸນ​ລະ​ດູ​ບານ​ໃໝ່ ຮ່າ​ໂນ້ຍ ປີ 2015 ໄຂ​ຂຶ້ນ​ໃນ​ວັນ​ທີ 4/2. ງານ​ບຸນ​ລະ​ດູ​ບານ​ໃໝ່ ຮ່າ​ໂນ້ຍ​ ມີ​ຮ້ານ​ວາງ​ສະ​ແດງ​ປະ​ມານ 300 ຮ້ານ​ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ເຄື່ອງ​ຫັດ​ຖະ​ກຳ, ບັນ​ດາ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ຮ່າ​ໂນ້ຍ ແລະ ບັນ​ດາ​ເຂດ​ພາກ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ລະ​ດູ​ບານ​ໃໝ່​ແມ່ນ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ໂຄ​ສະ​ນາ​ເຜີຍ​ແຜ່​ງານ​ບຸນ​ຢູ່​ເຂດ​ດິນ​ແດນ​ທັງ​ລອງ​ຄື: ງານ​ບຸນຢ໋ອງ, ວັດ ເຮືອງ, ໂກ໋​ລ​ວາ… ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ງາ​ນ​ບຸນ, ທ່ານ ໂຕວັນ​ໂດ້ງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ - ກິ​ລາ ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ງານ​ບຸນ​ລະ​ດູ​ບານ​ໃໝ່​ປີ 2015 ບໍ່​ພຽ​ງ​ແຕ່​ແມ່ນ​ບ່ອນ​ສະ​ໜອ​ງ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຮັບ​ໃຊ້​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ດຳ​​ເນີນຊີ​ວິດ​ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມ​ໝາຍອີກ​ດ້ວຍ. ທີ່​ງານ​ຕະຫຼາດ​ນັ​ດ​ຄັ້ງ​ນີ້, ນອກ​ຈາກ​ ຮ້ານ​ວາງ​ສະ​ແດງ 300 ຮ້ານ​​ທີ່​ຂາຍຜະ​ລິດ​ຕະ​ພັນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ນະ​ຄອນຫຼວງແລ້ວ, ຢູ່​ທີ່ນີ້​ຍັງ​ດຳ​ເນີນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ອີກ​ດ້ວຍ”

         


ຂ່າວ/ບົດ​ອື່ນ