ງານບຸນລະດູບານໃໝ່ແດງ 2013
(vovworld) – ດ້ວຍສານທີ່ວ່າ ”ບໍລິຈາກເລືອດ - ກູ້ເອົາຊີວິດ”, ຕອນເຊົ້າວັນທີ 3/3, ຢູ່ ຮ່າໂນ້ຍ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດມະນຸດສະທຳນະຄອນ ຮ່າໂນ້ຍ ແລະ ສະມາຄົມຊາວໜຸ່ມຂົນຂວາຍການບໍລິຈາກເລືອດ ຮ່າໂນ້ຍ ໄດ້ຈັດຕັ້ງງານບຸນ ລະດູບານໃໝ່ແດງ. ຄາດວ່າງານບຸນຄັ້ງນີ້ຈະດຶງດູດ 20.000 ຄົນເຂົ້າຮ່ວມ, 10.000 ຄົນຈົດທະບຽນບໍລິຈາກເລືອດ ແລະ ຮັບເອົາເລືອດປະມານ 7000 ຖົງ. ສາດສະດາຈານ, ດຣ. ຫງວຽນແອງຈີ໋, ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ໃຫ້ຮູ້ວ່າ:
“ເປົ້າໝາຍຂອງງານບຸນແມ່ນເພື່ອຕອບສະໜອງຄວາມຕ້ອງການກ່ຽວກັບເລືອດຂອງໂຮງໝໍຕ່າງໆ ພາຍຫຼັງບຸນ ເຕັດ. ຜ່ານນັ້ນເປີດສາກປີບໍລິຈາກເລືອດໃນທົ່ວປະເທດ. ປີນີ້ຄາດໝາຍກ່ຽວກັບເລືອດຈະສູງກວ່າປີກາຍ. ຄາດວ່າຈະມີ 25.000 ຄົນເຂົ້າຮ່ວມ”.