ພາບປະກອບ:internet
|
(vovworld)- ງານບຸນວັດທະນະທຳ-ທ່ອງທ່ຽວຫວຽດນາມ ຢູ່ ສເກົາຫລີ ຄັ້ງທີ 4 ຈັດຂຶ້ນໃນວັນທີ 2 /7 ຢູ່ ນະຄອນຫລວງ ເຊີອູນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈີນຈ້ອງຕວານ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສເກົາຫລີ ຊີ້ແຈງວ່າ: ງານບຸນແມ່ນກາລະໂອກາດເພື່ອໃຫ້ຫວຽດນາມແນະນຳບັນດາຈຸດວັດທະນະທຳສິລະປະທີ່ເປັນເອກະລັກສະເພາະ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ໃຫ້ແກ່ ປະຊາຊົນ ສເກົາຫລີ ແລະ ເພື່ອນມິດສາກົນ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ເປີດກວ້າງການຮ່ວມມືເພື່ອສັນຕິພາບ,ສະຖຽນລະພາບ ແລະ ວັດທະນາຖາວອນຂອງແຕ່ລະປະເທດໃນພາກພື້ນ. ໃນຂອບເຂດງານບຸນດຳເນີນໄປແຕ່ວັນທີ 2-6/7 ຢູ່ນະຄອນເຊີອູນ ແລະ ນະຄອນ Daegu ພາກກາງ ສເກົາຫລີ ຈະດຳເນີນບັນດາລາຍການສະແດງສິລະປະພື້ນເມືອງ ແລະ ຍຸກປະຈຸບັນຂອງຫວຽດນາມ, ບັນດາກອງປະຊຸມສຳມະນາທ່ອງທ່ຽວ, ງານວາງສະແດງຮູບພາບກ່ຽວກັບທິວທັດທຳມະຊາດ, ປະເທດຊາດ ແລະ ຊາວຫວຽດນາມ, ວາງສະແດງຜະລິດຕະພັນສິລະປະຫັດຖະກຳ ແລະ ງານບຸນອາຫານການກິນຫວຽດນາມ.