ໄຂງານບຸນສື່ມວນຊົນທົ່ວປະເທດປີ 2018:ສື່ມວນຊົນຊຸກຍູ້ພາລະກິດປ່ຽນແປງໃໝ່ຂອງປະເທດຊາດ

(VOVWORLD) - ຈຸດພິເສດຂອງງານບຸນສື່ມວນຊົນທົ່ວປະເທດປີ 2018 ແມ່ນມີ 4 ຮ້ານວາງສະແດງຕາມຫົວເລື່ອງ: “ສື່ມວນຊົນກັບວຽກງານກໍ່ສ້າງພັກ”
ໄຂງານບຸນສື່ມວນຊົນທົ່ວປະເທດປີ 2018:ສື່ມວນຊົນຊຸກຍູ້ພາລະກິດປ່ຽນແປງໃໝ່ຂອງປະເທດຊາດ - ảnh 1 ພິທີໄຂງານບຸນສື່ມວນຊົນທົ່ວປະເທດປີ 2018

ງານບຸນສື່ມວນຊົນທົ່ວປະເທດປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ມີນາ, ຢູ່ຮ່າໂນ້ຍ. ທີ່ພິທີໄຂ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຕີກອງໄຂງານບຸນ.

        ກ່າວຄຳເຫັນໄຂງານບຸນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:

        “ພວກເຮົາພ້ອມກັນອວຍພອນ ແລະ ເຊື່ອໝັ້ນວ່າ, ປີ 2018, ສື່ມວນຊົນຂອງປະເທດຊາດຈະສືບຕໍ່ພັດທະນາຢ່າງແຮງ, ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດກ່ວາອີກ. ດ້ວຍຫົວຂໍ້ວ່າ “ສື່ມວນຊົນຮ່ວມເດີນທາງພ້ອມກັບປະເທດຊາດປ່ຽນແປງໃໝ່”, ພວກເຮົາພ້ອມກັນເຊື່ອໝັ້ນ ແລະ ຫວັງວ່າ ສື່ມວນຊົນປ່ຽນແປງໃໝ່ຢ່າງແຮງກ່ວາອີກ, ບໍ່ພຽງແຕ່ຮ່ວມເດີນທາງພ້ອມກັບປະເທດຊາດປ່ຽນແປງໃໝ່ເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ພາລະກິດແຫ່ງການປ່ຽນແປງໃໝ່ຂອງປະເທດຊາດຢ່າງແຮງກ່ວາອີກ, ເພື່ອໃຫ້ປະເທດຊາດພັດທະນາໄວກ່ວາ, ຍືນຍົງກ່ວາ.”

ໄຂງານບຸນສື່ມວນຊົນທົ່ວປະເທດປີ 2018:ສື່ມວນຊົນຊຸກຍູ້ພາລະກິດປ່ຽນແປງໃໝ່ຂອງປະເທດຊາດ - ảnh 2 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ງານບຸນ

        ຈຸດພິເສດຂອງງານບຸນສື່ມວນຊົນທົ່ວປະເທດປີ 2018 ແມ່ນມີ 4 ຮ້ານວາງສະແດງຕາມຫົວເລື່ອງ: “ສື່ມວນຊົນກັບວຽກງານກໍ່ສ້າງພັກ”, “ສື່ມວນຊົນກັບສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ”, “ສື່ມວນຊົນກັບການສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ກະທຳ” ແລະ “ຈັນຍາບັນນັກຂ່າວ”…

        ໃນເວລາ 3 ວັນ (16 – 18/3), ງານບຸນສື່ມວນຊົນທົ່ວປະເທດປີ 2018 ຈະມີການເຄື່ອນໄຫວອຸດົມສົມບູນຄື: ວາງສະແດງບັນດາໜັງສືພິມລະດູບານໃໝ່, ບັນດາສື່ສິ່ງພິມດີເດັ່ນປີ 2017 ແລະ ໄຕມາດ I ປີ 2018…

ແລະໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນງານບຸນສື່ມວນຊົນທົ່ວປະເທດປີ 2018.

ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມບັນດາຮ້ານວາງສະແດງທັງໝົດໃນງານບຸນສື່ມວນຊົນທົ່ວປະເທດປີ 2018. ໃນຮ້ານວາງສະແດງຂອງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມການສ້າງຮູບພາບເຮັດດ້ວຍເມັດເຂົ້າມີແຖວໜັງສື: "VOV ສຽງເວົ້າ ຫວຽດນາມ ໄວ - ໜ້າໄວ້ເນື້ອເຊື່ອໃຈ - ດຶງດູດ"

ຕອບກັບ

ຂ່າວ/ບົດ​ອື່ນ