(ພິທີໄຂງານປະກວດກະຈາຍສຽງທົ່ວປະເທດ
ຮອບຄັດເລືອກ ຄັ້ງທີ 12 ປີ 2016)
(vovworld)- ຕອນຄ່ຳ ວັນທີ 22 ມີນາ, ຢູ່ນະຄອນ ກວາງຫງາຍ , ແຂວງ ກວາງຫງາຍ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບ ສະຖານີໂທລະພາບ ແຂວງ ກວາງຫງາຍ ຈັດພິທີໄຂງານປະກວດກະຈາຍສຽງທົ່ວປະເທດຮອບຄັດເລືອກ ຄັ້ງທີ 12 ປີ 2016, ເຂດພາກກາງ ແລະ ໄຕຫງວຽນ. ມີ 49 ລາຍການກະຈາຍສຽງ, ຂອງ 15 ສະຖານີໂທລະພາບ ທີ່ເຂົ້າຮ່ວມການແຂ່ງຂັ້ນ, ປະກອບມີລາຍການ, ສາລະຄະດີ, ລາຍການສຳພາດ, ລາຍການກະຈາຍສຽງສັງລວມ, ເລື່ອງລາວໂທລະໂຄ່ງ ແລະ ລາຍການຖ່າຍທອດສົດ. ໃນຄຳຖະແຫຼງໄຂງານ, ທ່ານ ເຈີ່ນມິງຫຸ່ງ, ຮອງອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງຫວຽດນາມ, ຢັ້ງຢືນວ່າ: ໃນທ່າອ່ຽງພາຫະນະການສື່ສານຫຼາຍຢ່າງ, ການກະຈາຍສຽງ ຍັງຄົງແມ່ນຮູບແບບໂຄສະນາສ່ື່ສານ ທີ່ເປັນມູນເຊື້ອ, ສະໜິດຕິພັນ, ໃກ້ຊິດຕິດແທດ ກັບທຸກຄົນ. ຜ່ານງານປະກວດກະຈາຍສຽງຄັ້ງຕ່າງໆ, ບັນດາບັນດານັກຂ່າວທີ່ຂຽນຂ່າວອອກອາກາດ ມີໂອກາດພົບປະ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກດ້ານວິຊາການ, ຮັບໃຊ້ເພື່ອນຜູ້ຟັງດີກ່ວາອີກ. ງານປະກວດກະຈາຍສຽງທົ່ວປະເທດ ປີນີ້ ໄດ້ດຶງດູດ 78 ຫົວໜ່ວຍ ໃນທົ່ວປະເທດເຂົ້າຮ່ວມການເສັງ ດ້ວຍ 267 ລາຍການ, ຮອບຄັດເລືອກເຂດພາກເໜືອ ໄດ້ຈັດຂື້ນຢູ່ນະຄອນແທັງຮົວ, ແຂວງແທັງຮົວ, ຮອບຄັດເລືອກເຂດພາກໃຕ້ໄດ້ຈັດຂື້ນ ຢູ່ ນະຄອນ ລອງຊວນ, ແຂວງອານຢາງ. ຮອບສຸດທ້າຍ ຈະໄຂຂື້ນໃນວັນທີ 24 ເມສາ ຢູ່ນະຄອນຍາຈາງ, ແຂວງແຄັ໋ງຮົວ.