ໄຂງານມະຫາກຳກິລາຄົນພິການອາຊຽນ

ໄຂງານມະຫາກຳກິລາຄົນພິການອາຊຽນ - ảnh 1
(ພາບ: ThanhLuong)

(vovworld) – ​ ​ ​ ງານ​ມະຫາ​ກຳ​ກິລາ​ຄົນ​ພິການ ອາ​ຊຽນ (ASEAN Paragames) ຄັ້ງ​ທີ 8 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 03/12 ຢູ່​ປະ​ເທດ ສິງກະ​ໂປ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາ​ 3000 ກ່ວາ​ຄົນ ທີ່​ມາ​ຈາກ​ບັນດາ​ຄະນະ​ກິລາ. ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້ ມີ 10 ​ຄະນະ​ນັກກິລາ​ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ, ​ແຂ່ງຂັນ  ​ໃນ 15 ປະ​ເພດ ​ເພື່ອ​ຍາດ​ເອົາບັນດາຊຸດ​ຫລຽນ​ກທີ່​ໄດ້​ຈັດ​ໄວ້​ຕາມ​ເນື້ອ​ໃນ​ປະ​ເພດ​ຕ່າງໆ

        ທີ່ ASEAN Paragames 2015, ຄະນະ​ນັກກິລາ​ຄົນ​ພິການ ຫວຽດນາມ ​ເຂົ້າ​ຮ່ວມ​ລວມມີ 170 ຄົນ ​ແຂ່ງຂັນ 9 ​ໃນ​ຈຳນວນ 15 ປະ​ເພດ​ຄື: ​ແລ່ນ ​ແລະ ລານ, ລອຍນ້ຳ, ຍົກ​ນ້ຳໜັກ, ປິ່ງ​ປ່ອງ, ຕີ​ດອກ​ປີກ​ໄກ່, ໝາກຮຸກ, ​ຊວງເຮືອ ​ແລະ ບານ​ແຕະ​ສຳລັບຄົນພິການ​ຕາ

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 04/12 ຄະນະ​ນັກ​ກິລາ​ຄົນ​ພິການ ຫວຽດນາມ ຄ້ວາ 4 ຫຼຽນຄຳ, 3 ຫຼຽນ​ເງິນ, 5 ຫຼຽນ​ທອງ ຢູ່​ໃນ​ບັນດາ​ລາຍການ​ແຂ່ງຂັນ​ກິລາ ປະ​ເພດ ລອຍ​ນ້ຳ, ​ແລ່ນ​ແລະລານ. ກິລາປະ​ເພດ ລອຍ​ນ້ຳ, ​ແລ່ນ​ແລະລານ ​ແມ່ນ 2 ປະ​ເພດ​ກິລາ​ທີ່ ຫວຽດນາມ ມີ​ທ່າ​ແຮງ, ພ້ອມ​ກັນ​ນັ້ນ ນີ້​ກໍ່​ແມ່ນ 2 ທິມຊາດ​ທຳ​ອິດ​ຂອງ​ຄະນະ​ນັກ​ກິລາ​ຄົນ​ພິການ ຫວຽດນາມ ​ແຂ່ງ​ຂັນ​ໃນ​ວັນ​ທີ 4/12 ຢູ່ ປາຣາ​ເກ​ມ 8.

ຂ່າວ/ບົດ​ອື່ນ