ໄຂງານມະຫາກຳກິລາໜຸ່ມລະດູໜາວປີ 2024 ຢູ່ ສ ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ ອວຍພອນໃຫ້ງານມະຫາກຳ Gangwon 2024 ບັນລຸຜົນສຳເລັດຢ່າງຈົບງາມ, ພ້ອມທັງຝາກຄຳອວຍພອນໃຫ້ບັນດານັກກິລາ ບັນລຸຜົນສຳເລັດໃນງານມະຫາກຳປີນີ້.
ໄຂງານມະຫາກຳກິລາໜຸ່ມລະດູໜາວປີ 2024 ຢູ່ ສ ເກົາຫຼີ - ảnh 1ພິທີໄຂງານມະຫາກຳກິລາໜຸ່ມລະດູໜາວ ປີ 2024
(ພາບ:Xinhua/Li Ming)

ວັນທີ 19 ມັງກອນ, ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ໄດ້ຖະແຫຼງໄຂງານມະຫາກຳກິລາໜຸ່ມລະດູໜາວ ປີ 2024 ຈັດຂຶ້ນຢູ່ແຂວງ Gangwon, ຫ່າງຈາກນະຄອນຫຼວງ ເຊີອຸນ ປະມານ 160 ກມ ໄປທາງທິດຕາເວັນອອກ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານາທິບໍດີ Yoon Suk Yeol ເນັ້ນໜັກວ່າ: ງານມະຫາກຳ ແລະ ກິລາ ອາດສາມາດຮຳບາດແຜຈາກການປະທະກັນ ແລະ ສ້າງຄວາມສາມັກຄີໃນໂລກ. ທ່ານປະທານາທິບໍດີ ອວຍພອນໃຫ້ງານມະຫາກຳ Gangwon 2024 ບັນລຸຜົນສຳເລັດຢ່າງຈົບງາມ, ພ້ອມທັງຝາກຄຳອວຍພອນໃຫ້ບັນດານັກກິລາ ບັນລຸຜົນສຳເລັດໃນງານມະຫາກຳປີນີ້. ທ່ານປະທານາທິບໍດີ Yoon Suk Yeol ເນັ້ນໜັກວ່າ: ສານຂອງງານມະຫາກຳກິລາ 2024 ແມ່ນ “ພ້ອມກັນພັດທະນາ, ປະກາຍແຈ້ງຕະຫຼອດໄປ”.

        ງານມະຫາກຳກິລາໜຸ່ມລະດູໜາວປີນີ ມີນັກກິລາ 1.800 ຄົນ ມາຈາກ 78 ປະເທດເຂົ້າຮ່ວມການແຂ່ງຂັນໃນເວລາ 14 ວັນ (ແຕ່ວັນທີ 19 ມັງອນ - 1 ກຸມພາ) ຢູ່ 4 ນະຄອນ, ຄື: Gangneung, Pyeongchang, Jeongseon ແລະ Hoengseong. ນີ້ແມ່ນງານມະຫາກຳກິລາໜຸ່ມ ລະດູໜາວທຳອິດຈັດຂຶ້ນຢູ່ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ