ໄຂງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ
(ງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ)
(vovworld) – ພິທີໄຂງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ ຖືກດຳເນີນໄປໃນຕອນຄໍ່າວັນທີ 03/04, ຢູ່ເຮືອນ ຣົງວັດທະນະທຳຢູ່ບ້ານ Kon Klor, ນະຄອນ ກອນຕຸມ, ແຂວງກອນຕຸມ, ໂດຍຊ່ອງໂທລະພາບຫວຽດນາມ (VTV) ຈັດຕັ້ງ. ງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ ມີ 5 ຫົວໜ່ວຍເຂົ້າຮ່ວມເຊິ່ງລວມມີແຂວງ ເລີມດົ່ງ, ດັກນົງ, ດັກລັກ, ຢາລາຍ ແລະ ກອນຕຸມ. ໃນຄໍ່າຄືນໄຂງານມະໂຫລານ, ໄດ້ມີນັກສິລະປິນ 70 ຄົນທີ່ມາຈາກ 4 ຊົນເຜົ່າຄື: ບານາ, ກຮໍ, ມນົງ, ເອເດ ສະແດງ 15 ລາຍການ. ຜູ້ຊົມພາຍໃນປະເທດ ແລະ ເພື່ອນມິດສາກົນນັບພັນຄົນ ໄດ້ຮັບຊົມບັນດາທຳນອງເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດດິນທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳໄຕງວຽນ. ພາຍຫຼັງງານມະໂຫລານຖືກດຳເນີນໄປໃນຕອນຄໍ່າວັນທີ 03/04, ຄະນະຈັດຕັ້ງໄດ້ຂັດເລືອກບັນດາລາຍການທີ່ເປັນເອກະລັກສະເພາະເພື່ອສະແດງໃນຄໍ່າຄືນວັນທີ 04/04, ແລະ ສະແດງໃນງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຊິ່ງ VTV ຈັດຕັ້ງຢູ່ແຂວງເງັ້ອານ ໃນກາງເດືອນ 05 ຈະມາເຖິງ.