ໄຂງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ2015
ງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ 2015
(ພາບ: nhandan.com.vn)
(vovworld) - ກ່າວຄຳເຫັນທີ່ພິທີໄຂງານມະໂຫລານດົນຕີພື້ນເມືອງບັນດາປະເທດອາຊຽນ 2015, ຊຶ່ງຖືກດຳເນີນໄປໃນຕອນຄໍ່າວັນທີ 01/08, ຢູ່ແຂວງ ແທງຮ໋ວາ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເວື້ອງຢຸຍບຽນ ເນັ້ນໜັກວ່າ: ງານມະໂຫລານເພື່ອແນໃສ່ໂຄສະນາ ແລະ ເຊີດຊູຈຸດຍອດຍິ່ງຂອງດົນຕີພື້ນເມືອງຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້; ໂຄສະນາຄຸນຄ່າ, ຄວາມສາມາດບົ່ມຊ້ອນມໍລະດົກວັດທະນະທຳບັນດາເຜົ່າ ເຖິງນັກທ່ອງທ່ຽວສາກົນ ແລະ ໄດ້ປະກອບສ່ວນຊຸກຍູ້ການພັດທະນາຂອງຂະແໜງທ່ອງທ່ຽວຂອງຫວຽດນາມ ກໍຄືການທ່ອງທ່ຽວອາຊຽນ. ງານມະໂຫລານຖືກດຳເນີນໄປໃນເວລາ 5 ວັນ ແລະ 5 ຄືນ, ດ້ວຍບັນດາລາຍການທີ່ມີເນື້ອໃນອຸດົມສົມບຸນ. ໃນຂອບເຂດງານມະໂຫລານດົນຕີພື້ນເມືອງຄັ້ງນີ້ ຍັງໄດ້ຈັດກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ດົນຕີພື້ນເມືອງບັນດາປະເທດອາຊຽນ - ເປັນເອກະພາບໃນຫຼາຍຮູບຫຼາຍສີ”. ງານມະໂຫລານຈະອັດລົງໃນວັນທີ 06/08.