ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອິນເດຍຄັ້ງທີ 9

(VOVWORLD) -ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອິນເດຍຄັ້ງທີ 9 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 03 ກັນຍາ, ຢູ່ນະຄອນ Chandigarh, ລັດ Punjab, ປະເທດອິນເດຍ.

ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອິນເດຍຄັ້ງທີ 9 - ảnh 1 ໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ອິນເດຍຄັ້ງທີ 9

(ພາບ: vietnamplus.vn)

ງານມະໂຫລານຄັ້ງນີ້ໂດຍສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ (VUFO) ພ້ອມກັບອົງການຈັດຕັ້ງສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ (AIPSO) ປຸກລະດົມ.

        ງານມະໂຫລານຄັ້ງນີ້ຖືກດຳເນີນໃນສະພາບ 2 ປະເທດພວມຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງຄົບຖ້ວນ, 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, 1 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ແລະ 70 ປີແຫ່ງວັນປະກາດເອກະລາດຂອງອິນເດຍ ແລະ 72 ປີແຫ່ງວັນຊາດຫວຽດນາມ. ພາຍຫຼັງພິທີໄຂ, ຜູ້ເຂົ້າຮ່ວມງານມະໂຫລານໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ນ້ຳໃຈມິດຕະພາບຫວຽດນາມ - ອິນເດຍ…

        ຕອນບ່າຍວັນດຽວກັນ, ຄະນະຜູ້ແທນປະຊາຊົນຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດອິນເດຍ ຢູ່ນະຄອນ Chandigarh. 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດການຄ້າ, ກໍ່ສ້າງພື້ນຖານໂຄງລ່າງ, ທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ