ໄຂງານມະໂຫລານສິລະປະພື້ນເມືອງໄຕງວຽນ


ໄຂງານມະໂຫລານສິລະປະພື້ນເມືອງໄຕງວຽນ - ảnh 1

ໄຂ​ງານ​ມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ໄຕ​ງວຽນ
(ພາບ: ອິນເຕີແນດ)

(vovworld) - ດ້ວຍ​ຫົວ​ຂໍ້ວ່າ “ບັນດາ​ຊົນ​ເຜົ່າ​ ​ໄຕ​ງວຽນ​ສາມັກຄີ, ຮັກສາ, ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຊົນ​ເຜົ່າ, ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ“, ພິທີ​ໄຂ​ງານ​ມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ ໄຕ​ງວຽນ ​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 18/3, ຢູ່​ນະຄອນ ກອນ​ຕຸ​ມ. ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມີ​ນັກ​ສິລະ​ປະການ 400 ກວ່າ​ຄົນ, ​ທີ່​ມາ​ຈາກ 5 ​ແຂວງ​ໃນ​ເຂດ ​ໄຕ​ງວຽນ. ພາຍຫຼັງ​ພິທີ ​ແມ່ນ​ງານ​ບຸນ​ໄດ້​ດຳ​ເນີນ​ໄປ, ດ້ວຍຄວາມ​ປະ​ທັບ​ໃຈ​ທາມ​ກາງ​ສຽງ​ດົນຕີ​ກັບ​ທຳນອງ​ເພງ​ພື້ນ​ເມືອງທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນຊົນ​ເຜົ່າ​ ​ໄຕ​ງວຽນ. ທ່ານ​ນາງ ຟ້າ​ມທິຈຸ​ງ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກອນ​ຕຸ​ມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ, ​ໃຫ້​ຮູ້​ວ່າ:

        “ງານ​ມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ​ໄຕ​ງວຽນ ຕິດ​ພັນ​ກັບ​ສັບປະດາ​ວັດທະນະທຳ ທ່ອງ​ທ່ຽວ​ແຂວງ ກອນ​ຕຸ​ມ ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເຊີດ​ຊູ​ມໍລະດົກ​ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ບັນດາ​ເຜົ່າ ​ໄຕ​ງວຽນ“.

        ງານ​ມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ​ໄຕ​ງວຽນ ຕິດ​ພັນ​ກັບ​ສັບປະດາ​ວັດທະນະທຳ ທ່ອງ​ທ່ຽວ​ແຂວງ ກອນ​ຕຸ​ມ ຄັ້ງ​ທີ 3/2016 ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຊັ່ນ: ການ​ເສັງ​ແກະສະຫຼັກ​ຮູບ​ດ້ວຍ​ໄມ້ ​ແລະ ປະ​ດິດ​ເຄື່ອງ​ດົນຕີ​ຊົນ​ເຜົ່າ, ​ແນະນຳ​ອາຫານ​ການ​ກິນ​ຂອງ​ກອນ​ຕຸ​ມ; ງານ​ວາງສະ​ແດງ​ມໍລະດົກ​ວັດທະນະທຳ ​ໄຕ​ງວຽນ; ສະ​ແດງ​ຄ້ອງ, ລະ​ຫຼິ້ນ​ພື້ນ​ເມືອງ….

ຂ່າວ/ບົດ​ອື່ນ