ໄຂງານວາງສະແດງພາບ“ການພົວພັນລະຫວ່າງຫວຽດນາມ-ອັງກິດ”

ໄຂງານວາງສະແດງພາບ“ການພົວພັນລະຫວ່າງຫວຽດນາມ-ອັງກິດ” - ảnh 1
ຕັດແຖບຜ້າໄຂງານວາງສະແດງ
ພາບ:internet


(vovworld)- ງານ​ວາງສະ​ແດງ​ພາບ​ກ່ຽວ​ກັບ“​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ ຈາກ​ອະດີດຕະການ​ຈົນ​​ເຖິງອະນາຄົດ” ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/9 ຢູ່ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາມ ​ແລະ ລາ​ຊະ​ອານາ​ຈັກ​ອັງ​ກີດ (1973-2013). ດ້ວຍ​ຮູບ​ພາບ​ກວ່າ 100 ​ແຜ່ນ ​ໄດ້​ສະ​ແດງໃຫ້​ເຫັນ​ການ​ພົວພັນຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອັງ​ກິດ​ໃນ​ທຸກ​ຂົງ​ເຂດ ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ.,, ​ໃນ​ນັ້ນ ມີ​ຮູບ​ພາບ, ​ເອກະສານ​ປະຫວັດສາດ​ອັນ​ລຳ້​ຄ່າ ​ໂດຍ​ນັກ​ຂ່າວ​ພາບ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ ປະຕິບັດ ​ແມ່ນ​ສ່ອງ​ແສງ​ໃຫ້​ເຫັນການ​ພົວພັນ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ຮູບ​ພາບ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວອັງ​ກິດ.

 

 

 

ຂ່າວ/ບົດ​ອື່ນ