ໄຂງານແຂ່ງຂັນກິລາ Asian Para Games 2023

(VOVWORLD) - ດ້ວຍຫົວຂໍ້ວ່າ “ເຕົ້າໂຮມຫົວໃຈ, ຄວາມໄຝ່ຝັນແສງສະຫວ່າງ” (Hearts Meet, Dreams Shine), ພິທີໄຂງານມະຫາກຳ Asian Para Games 2023 ແກ່ຍາວໃນຕະຫຼອດ 90 ນາທີ ດ້ວຍບັນດາຮູບພາບທີ່ສວຍງາມທີ່ພັນລະນາເຖິງບັນດາປະເພດກິລາໃນງານມະຫາກຳຄັ້ງນີ້.
ໄຂງານແຂ່ງຂັນກິລາ Asian Para Games 2023 - ảnh 1ພາບປະກອບ

ຕອນຄ່ຳວັນທີ 22 ຕຸລາ, ຢູ່ສະໜາມກິລາ ສູນກິລາ Olympic ຢູ່ນະຄອນ ຫາງໂຈ, ແຂວງ ເຈີຈຽງ, ທ່ານ ດິງເຕ໊ຍຊ໋າງ, ຮອງນາຍົກລັດຖະມົນຕີ ຈີນ ໄດ້ປະກາດໄຂງານມະຫາກຳກິລາຄົນພິການ ອາຊີ ຄັ້ງທີ 4 (Asian Para Games 2023) ຢ່າງເປັນທາງການ.

        ດ້ວຍຫົວຂໍ້ວ່າ “ເຕົ້າໂຮມຫົວໃຈ, ຄວາມໄຝ່ຝັນແສງສະຫວ່າງ” (Hearts Meet, Dreams Shine), ພິທີໄຂງານມະຫາກຳ Asian Para Games 2023 ແກ່ຍາວໃນຕະຫຼອດ 90 ນາທີ ດ້ວຍບັນດາຮູບພາບທີ່ສວຍງາມທີ່ພັນລະນາເຖິງບັນດາປະເພດກິລາໃນງານມະຫາກຳຄັ້ງນີ້. ກໍ່ຄືກັນກັບງານມະຫາກຳກິລາ ອາຊີຄັ້ງທີ 19 (ASIAD 2023) ເຊິ່ງໄດ້ຈັດຂຶ້ນຢູ່ຫາງໂຈ, ພິທີໄຂ Asian Para Games 2023 ສືບຕໍ່ສະແດງຄວາມເຊື່ອໝັ້ນຂອງ ຈີນ ຕໍ່ເຕັກໂນໂລຊີດີຈີຕອນ, ສະແດງນ້ຳໃຈ “ປະເອີບໃຈ, ປອງດອງ, ຄວາມຢຶດໝັ້ນ ແລະ ການແບ່ງປັນ”.

        ນັກກິລາເກືອບ 3.100 ຄົນທີ່ມາຈາກ 44 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມການແຂ່ງຂັນ ຢູ່ Asian Para Games 2023 ເຊິ່ງໄດ້ຈັດຂຶ້ນໃນວັນທີ 22 – 28 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ