ໄຂລາຍການບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 12

(VOVWORLD) - ຕອນເຊົ້າວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂລາຍການບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 12.
ໄຂລາຍການບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 12 - ảnh 1ໄຂລາຍການບໍລິຈາກເລືອດ “ວັນອາທິດແດງ” ຄັ້ງທີ 12 (ພາບ: tienphong.vn)

ດ້ວຍສານທີ່ວ່າ “ບໍລິຈາກເລືອດກູ້ເອົາຊີວິດຄົນ - ຊີວິດຂອງເພື່ອນ ແລະ ຕົນເອງ”, ລາຍການວັນອາທິດແດງຄັ້ງທີ 12 ໄດ້ຮັບການຜັນຂະຫຍາຍຢູ່ 40 ແຂວງ, ນະຄອນ ດ້ວຍສະຖານທີ່ບໍລິຈາກເລືອດເກືອບ 80 ແຫ່ງ, ຄາດວ່າ ຈະໄດ້ຮັບການບໍລິຈາກເລືອດແຕ່ 45 – 50 ພັນຖົງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈື່ອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ຕີລາຄາສູງຕໍ່ຄຸນຄ່າມະນຸດສະທຳອັນສູງສົ່ງຂອງລາຍການບໍລິຈາກເລືອດວັນອາທິດແດງ. ທ່ານກ່າວວ່າ:

        “ບໍລິຈາກເລືອດກູ້ເອົາຊີວິດຄົນແມ່ນການກະທຳອັນສູງສົ່ງ ແລະ ດີງາມ, ເຂົ້າຮ່ວມການບໍລິຈາກເລືອດ ຈະປະກອບສ່ວນສ້າງມູນເຊື້ອຮັກແພງມະນຸດຄືກັນກັບຮັກຕົນເອງ ເປັນໜ້າເອກອ້າງທະນົງໃຈທີ່ສຸດຂອງປະເທດຊາດ. ຂ້າພະເຈົ້າຢາກໃຫ້ບັນດາການນຳທີ່ຄຸ້ມຄອງທ້ອງຖິ່ນ, ອົງການສຳນັກງານ, ໂຮງຮຽນແຫ່ງຕ່າງໆ ຍາມໃດກໍ່ມີຄວາມກຽມພ້ອມ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບຄົນເຈັບ, ມີວຽກເຮັດ, ມີການກະທຳຢ່າງແທດຈິງຄື ການບໍລິຈາກເລືອດ ຫຼື ຈັດຕັ້ງບັນດາລາຍການບໍລິຈາກເລືອດ, ຄືລາຍການວັນອາທິດແດງ.”

        ວັນບຸນບໍລິຈາກເລືອດຂອງລາຍການວັນອາທິດແດງ ໄດ້ສຸມໃສ່ຈັດຕັ້ງໃນເດືອນ ທັນວາ 2019 ແລະ ເດືອນ ມັງກອນ 2020 ແນໃສ່ແກ້ໄຂສະພາບຂາດເລືອດໃນໂອກາດທ້າຍປີ ແລະ ກະກຽມເລືອດສຳຮອງໃຫ້ແກ່ບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ