ການສະແດງສິລະປະທີ່ພິທີໄຂ
(ພາບ: VGP/Mạnh Hùng)
(vovworld) - ຕອນຄຳ່ວັນທີ 4/4, ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2013 ໄດ້ໄຂຂຶ້ນດ້ວຍຫົວຂໍ້ວ່າ: “ທ່ອງທ່ຽວນະຄອນ ໂຮ່ຈີມິນ: ເຄື່ອງໝາຍການຄ້າ - ການເຊື່ອມໂຍງ - ພັດທະນາ”. ວັນບຸນທ່ອງທ່ຽວດຶງດູດ 80 ຫົວໜ່ວຍວິສາຫະກິດທ່ອງທ່ຽວ, ການທ່ອງທ່ຽວ ທີ່ມາຈາກ 20 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມດ້ວຍຮ້ານວາງສະແດງຜະລິດຕະພັນທ່ອງທ່ຽວເກືອບ 120 ຮ້ານ. ດ້ວຍຈຸດປະສົງໂຄສະນາເຜິີຍແຜ່ ແລະ ສົ່ງເສີມບັນດາການເຄື່ອນໄຫວທ່ອງທ່ຽວ, ວັນບຸນທ່ອງທ່ຽວປີນີ້ລວມມີການເຄື່ອນໄຫວທີ່ອຸດົມສົມບຸນ, ດ້ວຍຫຼາຍຮູບຫຼາຍແບບຄື: ງານບຸນເຊີດຊູເຄື່ອງໝາຍການຄ້າການທ່ອງທ່ຽວ ນະຄອນ ໂຮ່ຈີມິນ, ງານວາງສະແດງ ແລະ ແນະນຳ “ບັນດາຮູບຖ່າຍທີ່ງາມກ່ຽວກັບທ່ອງທ່ຽວ ຫວຽດນາມ”, ການສະແດງສິລະປະຄ້ອງ, ງານວາງສະແດງແນະນຳໝູ່ບ້ານອາຊີບທີ່ເປັນມູນເຊື້ອ... ທ່ານ ລາກວກແຄ໋ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“2 ຈຸດພົ້ນເດັ່ນໃນເຫດການຄັ້ງນີ້ແມ່ນງານຕະຫລາດນັດທ່ອງທ່ຽວ, ພິເສດແມ່ນບັນດາວິສາຫະກິດສ້າງໄດ້ບາດກ້າວບຸກທະລຸ ກ່ຽວກັບການແນະນຳຜະລິດຕະພັນໃໝ່, ລາຄາໃຫ້ແກ່ການເຄື່ອນໄຫວທ່ອງທ່ຽວໃນລະດູແລ້ງ. ນີ້ກາຍເປັນວັນບຸນຂອງບັນດາວິສາຫະກິດຢ່າງແທ້ຈິງ ຍ້ອນວ່າເຂົາເຈົ້າໄດ້ສຳພັດກັບລູກຄ້າຂອງຕົນ”