ໄຂວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ

(VOVWORLD) - ເຂົ້າຮ່ວມພິທີ, ມີຜູ້ຕາງຫນ້າການນຳ ກະຊວງຖະແຫລງຂ່າວ ແລະສື່ສານ, ຄະນະກຳມະການປະຊາຊົນ ແຂວງ ແລະບັນດາພະແນກ, ຂະແຫນງການແຂວງເທື່ອທຽນເຫ້ວ. ຝ່າຍ ລາວມີການນຳກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ; ຜູ້ຕາງຫນ້າສະຖານທູດລາວ ປະຈຳ ຫວຽດນາມ; ສະຖານກົງສູນ ລາວ ຢູ່ ດ່າຫນັງ,...
ໄຂວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ - ảnh 1ການສະແດງສິລະປະທີ່ພິທີໄຂ

ຕອນເຊົ້າວັນທີ 11 ພະຈິກຢູ່ແຂວງ ເທື່ອທຽນເຫ້ວ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ຈັດພິທີໄຂໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ - ລາວປີ 2023 ດ້ວຍຫົວຂໍ້: “ຖະແຫລງຂ່າວ ແລະ ສື່ສານ, ຈຸດເດັ່ນໃນການພົວພັນຮ່ວມມື ຫວຽດນາມ- ລາວ”. ເຫດການດັ່ງກ່າວໄດ້ຮັບການຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງທູດ ຫວຽດນາມ - ລາວ (1962 – 2023) ແລະ 46 ປີແຫ່ງວັນສອງປະເທດເຊັ່ນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (1977 – 2023).

ເຂົ້າຮ່ວມພິທີ, ມີຜູ້ຕາງຫນ້າການນຳ ກະຊວງຖະແຫລງຂ່າວ ແລະສື່ສານ, ຄະນະກຳມະການປະຊາຊົນ ແຂວງ ແລະບັນດາພະແນກ, ຂະແຫນງການແຂວງເທື່ອທຽນເຫ້ວ. ຝ່າຍ ລາວມີການນຳກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ; ຜູ້ຕາງຫນ້າສະຖານທູດລາວ ປະຈຳ ຫວຽດນາມ; ສະຖານກົງສູນ ລາວ ຢູ່ ດ່າຫນັງ, ການນຳແຂວງສາລາວັນ ແລະ ເຊກອງ. ເຂົ້າຮ່ວມໂຄງການ, ທ່ານ ຫງວຽນແທັງເລີມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມໄດ້ແບ່ງປັນກ່ຽວກັບໄມຕີຈິດ ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ບັນດາຜົນງານໃນການຮ່ວມມື ຫວຽດນາມ ແລະ ລາວ ໃນຫຼາຍຂົງເຂດ:

“ໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023” ແມ່ນເຫດການມີຄວາມໝາຍໃຫຍ່ຫຼວງ, ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ, ໃນຂອບເຂດສັນຍາລະຫວ່າງລັດຖະບານກ່ຽວກັບຄູ່ຮ່ວມມືດີຈີຕອນ, ຫັນສື່ມວນຊົນເປັນດີຈີຕອນ, ລົບລ້າງຂ່າວປອມ, ຍົກສູງທັກສະດີຈີຕອນໃຫ້ແກ່ປະຊາຊົນ. ຫວັງວ່າ, ໂຄງການນີ້ກໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກັບພັກ, ລັດ ແລະ ປະຊາຊົນລາວ ໃນຊຸມວັນຈະມາເຖິງ”.

ໄຂວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ - ảnh 2ທ່ານ ໂພສີ ແກ້ວມະນີວົງ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ກ່າວຄຳເຫັນທີ່ພິທີ


ກ່າວຄຳເຫັນທີ່ພິທີ,  ທ່ານ ໂພສີ ແກ້ວມະນີວົງ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ເຫດການ, ຖືນີ້ ແມ່ນເຫດການສຳຄັນຂອງສອງພັກ, ສອງລັດ:

 ສຽງທ່ານ ໂພສີ
 
ໄຂວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ - ảnh 3ບັນດາຜູ້ແທນທີ່ຮ້ານວາງສະແດງຂອງ ລາຍການພາກພາສາລາວ (VOV5)

ພາຍຫຼັງພິທີໄຂ, ບັນດາຜູ້ແທນໄດ້ຢ້ຽມຊົມ 60 ຮ້ານວາງສະແດງຖະແຫຼງຂ່າວ ແລະ ການສື່ສານ ແລະ ບັນດາຜະລິດຕະພັນ OCOP. ວິທະຍຸກະຈາຍສຽງ ຫວຽດນາມ ມີຮ້ານວາງສະແດງໂດຍ ພະແນກກະຈາຍສຽງບັນດາພາສາຕ່າງປະເທດ (VOV5) ແລະ ລາຍການພາກພາສາລາວ ຮັບຜິດຊອບ. ເຫດການບໍ່ພຽງແຕ່ແມ່ນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ສິລະປະລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ຫາກຍັງແມ່ນຂົວເຊື່ອມຕໍ່ການພົວພັນຄ້າຂາຍ, ສົ່ງເສີມການຄ້າ, ຍູ້ແຮງເຄື່ອງໝາຍການຄ້າຜະລິດຕະພັນບັນດາວິສາຫະກິດ ຫວຽດນາມ ກັບວິສາຫະກິດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ