(ພາບ: vov.vn)
(vovworld)- ຕອນເຊົ້າວັນທີ 9/4, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຄະນະປະຈຳສະພາ ແຫ່ງຊາດຫວຽດນາມ ໄດ້ໄຂວາລະປະຊຸມຄັ້ງທີ 17. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະໃຫ້ຄຳເຫັນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຊື່ງໄດ້ຮັບເອົາ, ປັບປຸງໃນເບື້ອງຕົ້ນພາຍຫຼັງດຳເນີນການຮັບເອົາຄຳເຫັນຂອງປະຊາຊົນເປັນເວລາ 3 ເດືອນ. ຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍ 9 ສະບັບ, ໃນນັ້ນມີຮ່າງກົດໝາຍສຳຄັນຄື: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍປັບປຸງ ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍລາຍຮັບວິສາຫະກິດ….ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຊີ້ແຈງວ່າ:
“ທຸກໆເນື້ອໃນນີ້ລ້ວນແຕ່ເພື່ອແນໃສ່ກະກຽມໃຫ້ແກ່ສະໄໝປະຊຸມເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ເມື່ອໄດ້ກະກຽມຢ່າງລອບຄອບຖີ່ຖ້ວນແລ້ວ ຈະສ້າງເງື່ອນໄຂເພື່ອໃຫ້ສະໄໝປະຊຸມຂອງສະພາແຫ່ງຊາດປະສົບຜົນສຳເລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ້ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.“