ໄຂວາລະປະຊຸມຄັ້ງທີ37ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ37ຄະນະປະຈຳສະພາແຫ່ງຊາດ - ảnh 1
(ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 37 ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 6/4 ຢູ່ ຮ່າ​ໂນ້ຍ, ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 37, ພາຍ​ໃຕ້​​ການເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ວາລະ​ປະຊຸມ​ນີ້​ຈະສະຫງວນ​ເວລາ​ສ່ວນ​ຫຼາຍ​ໃຫ້​ວຽກ​ງານ​ສ້າງ​ກົດໝາຍ, ຜັນ​ຂະຫຍາຍ, ປະຕິບັດ​ລັດຖະທຳ​ມະນູນປີ 2013.

          ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 9 ສະບັບ ​ເຊິ່ງລວມມີ:​ ຮ່າງ​ປະມວນກົດໝາຍ​ອາຍາ (ສະບັບ​ປັບປຸງ), ​ປະ​ມວນ​ກົດໝາຍດຳ​ເນີນ​ຄະດີ​ອາຍາ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບາງ​ຮ່າງ​ກົດໝາຍ​ອື່ນໆ. ​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ,​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງາຍ​ຕິດຕາມ​ກວດກາ ກ່ຽວ​ກັບ​ສະພາບ​ການ​ຜິດພາດ​ໃນ​ການ​ນຳ​ໃຊ້​ກົດໝາຍ​ອາຍາ,​ ​ດຳ​ເນີນ​ຄະດີ​ອາຍາ ​ແລະ ​ເລື່ອງ​ທົດ​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ຜູ້​ຖືກ​ລົງ​ໂທດ​ຢ່າງ​ຜິດພາດ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ອາຍາຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ຄາດ​ວ່າ, ສະພາ​ແຫ່ງ​ຊາດ​ຈະ​ປະກາດ​ໃຊ້​ມະຕິ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້. ຄຽງ​ຂ້າງ​ນັ້ນ, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132) ທີ່ຫາ​ກໍ່​ໄດ້ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​ແລະ ບາງ​ເນື້ອ​ໃນ​ອື່ນໆ.

          ພາຍຫຼັງ​​ວາລະ​ປະຊຸມ,​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ ​ກ່ຽວ​ກັບຮ່າງ​ກົດໝາຍວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ສື່ສານ.

ຂ່າວ/ບົດ​ອື່ນ