ໄຂ​ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ ປີ 2022

(VOVWORLD) - ບັນດານັກຊ່ຽວຊານສາກົນໄດ້ຕີລາຄາສູງຕໍ່ຍຸດທະສາດສຳຄັນຂອງ ຫວຽດນາມ ໃນການເພີ່ມລະດັບຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ລັດຖະບານດີຈີຕອນ. ພິເສດ, ຂໍ້ລິເລີ່ມຂອງ ຫວຽດນາມ ເມື່ອສ້າງຕັ້ງ “ໜ່ວຍງານສະເພາະກິດ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຂ່າວປອມ, ຂ່າວບໍ່ມີມູນຄວາມຈິງ” .
ໄຂ​ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ ປີ 2022 - ảnh 1ທ່ານ ຫງວຽນແມ້ງຫຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ: qdnd.vn)

ສັບປະດາດີຈີຕອນສາກົນ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ຄູ່ຮ່ວມມືທົ່ວໂລກເພື່ອອະນາຄົດດີຈີຕອນແບບຍືນຍົງ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ຕຸລາ ຢູ່ຮ່າໂນ້ຍ. ໃນວາລະໄຂ, ບັນດານັກຊ່ຽວຊານສາກົນໄດ້ຕີລາຄາສູງຕໍ່ຍຸດທະສາດສຳຄັນຂອງ ຫວຽດນາມ ໃນການເພີ່ມລະດັບຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ລັດຖະບານດີຈີຕອນ. ພິເສດ, ຂໍ້ລິເລີ່ມຂອງ ຫວຽດນາມ ເມື່ອສ້າງຕັ້ງ “ໜ່ວຍງານສະເພາະກິດ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຂ່າວປອມ, ຂ່າວບໍ່ມີມູນຄວາມຈິງ” ພວມໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ອາຊຽນ ແລະ ຈະມີການປຶກສາຫາລືເພີ່ມເຕີມກ່ຽວກັບການສ້າງກົນໄກຮ່ວມມືພິເສດສະເພາະລະຫວ່າງບັນດາປະເທດ ອາຊຽນ, ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນຮ້າຍຈາກຂ່າວປອມໃນພາກພື້ນ. ທ່ານ ຫງວຽນແມ້ງຫຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຖືວ່າ:

        “ໃນໂລກດີຈີຕອນ, ພວກເຮົາຈະຢູ່ໃກ້ກັນກວ່າ, ການກະທົບເຊິ່ງກັນ ແລະ ກັນ ກໍຈະຫຼາຍກວ່າ, ເພາະສະນັ້ນ, ພວກເຮົາຕ້ອງຮຽນຮູ້ຕື່ມອີກເພື່ອດຳລົງຊີວິດຢູ່ຮ່ວມກັນ. ໃນເວທີໃໝ່, ສະພາບແວດລ້ອມແຫ່ງຊີວິດໃໝ່ຈະຕ້ອງມີຫຼັກການໃໝ່, ຂໍ້ກຳນົດກົດລະບຽບໃໝ່ ແລະ ວັດທະນະທຳໃໝ່. ສິ່ງໃໝ່ໆຈະບໍ່ມີຜູ້ໃດກ້າວເດີນກ່ອນເພື່ອບອກສອນເຮົາ, ມີພຽງແຕ່ວິທີເຮົາຕ້ອງແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນ. ເພາະສະນັ້ນ, ຫົວຂໍ້ຂອງສັບປະດາດີຈີຕອນສາກົນ ຄັ້ງທຳອິດແມ່ນ “ຄູ່ຮ່ວມມືທົ່ວໂລກເພື່ອອະນາຄົດດີຈີຕອນແບບຍືນຍົງ”. ຂໍ້ລິເລີ່ມນີ້ ຖືກຈັດຂຶ້ນຄັ້ງທຳອິດຢູ່ ຫວຽດນາມ ແລະ ພວກເຮົາຈະຮັກສາມັນເພື່ອໃຫ້ມັນກາຍເປັນເຫດການປະຈຳປີຂອງບັນດາປະເທດ ອາຊຽນ. ພວກເຮົາຈະພ້ອມກັນແລກປ່ຽນກ່ຽວກັບການຫັນເປັນດີຈີຕອນ, ລະບອບລະບຽບການດີຈີຕອນ, ໂຄງລ່າງດີຈີຕອນ, ເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ, ໂປແກຼມ ດີຈີຕອນ, ຊັບພະຍາກອນມະນຸດດີຈີຕອນ, ຄວາມປອດໄພດີຈີຕອນ ແລະ ການຮ່ວມມືດີຈີຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ