ໄຂສັບປະດາວັດທະນະທຳກຳປູເຈຍຢູ່ຫວຽດນາມ

ໄຂສັບປະດາວັດທະນະທຳກຳປູເຈຍຢູ່ຫວຽດນາມ - ảnh 1
ໄຂສັບປະດາວັດທະນະທຳກຳປູເຈຍຢູ່ຫວຽດນາມ
(ພາບ: TTXVN)


(vovworld) – ​ສັບປະດາ​ວັດທະນະທຳ​ກຳປູ​ເຈຍ​ ຢູ່​ຫວຽດນາມ ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ​​ໂຮ່ຈິ​ມິນ, ​ໃນ​ຕອນ​ຄໍ່າ​ວັນ​ທີ 09/11. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທ​ະນະ​ທຳ ​ເພື່​ອ​ແນ​ໃສ່​ປະຕິບັດ​ແຜນການ​ຮ່ວມ​ມື​ດ້ານ​ວັດທະນະ​ທຳ - ສິລະ​ປະລະ​ຫວ່າງ 2 ປະ​ເທດ​ຫວຽດນາມ - ກຳ​ປູ​ເຈຍ ​ໄລຍະ​ແຕ່​ປີ 2012 ຮອດ​ປີ 2017, ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ​ຫວຽດນາມ ສົ​ມທົບ​ກັບ​ກະຊວງ​ວັດທະນະທຳ ​ແລະ ສິລະ​ປະ​ແຫ່​ງລາ​ຊະອານາ​ຈັກ ກຳປູ​​ເຈຍ ຈັດຕັ້ງ. ຈຸດ​ພົ້ນ​ເດັ່ນ​ຂອງ​​ເຫດການ​ນີ້​ແມ່ນ​ພິທີ​ສະ​ເຫຼີ​ມສະຫຼອງ 62 ປີ​ແຫ່ງ​ວັນ​ສະຖາປ​ະນາ​ລາຊະ​ອານາ​ຈັກ​ກຳປູ​ເຈຍ ​ເຊິ່ງດຳ​ເນີນ​ຢູ່ນະຄອນ​ໂຮ່ຈິ​ມິນ ​ໃນ​ວັນ​ທີ 09/11 ​ແລະ ລາຍການສະ​ແດງສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເພື່ອ​ຂໍ່າ​ນັບ​ຮັບ​ຕ້ອນວັຍ​ໄຂ​ສັບປະດາວັດທະນະທຳ​ກຳປູ​ເຈຍ​ ຢູ່​ໂຮງ​ລະ​ຄອນ ​ເບັ໋ນ​ແທ່ງ. ອ​້າຍ Thon Bunheng, ນັກ​ສຶກສາ​ກຳປູ​ເຈ​ຍ ພວມ​ຮໍ່າຮຽນ​ຢູ່​ມະຫາ​ວິທະຍາ​ໄລ​ຊັບພະ​ວິຊາ​ນະຄອນ​ໂຮ່ຈິ​ມິນ ​ແບ່ງປັນ​ວ່າ.

      “​​​​ໃນ​ນາມເປັນ​ຊາວ​ກຳປູ​ເຈຍ ຄົນ​ໜຶ່ງ, ຂ້າພະ​ເຈົ້າ​ຮູ້ສຶກມີ​ຄວາ​ມ​ເບີກ​ບານ​ມ່ວນ​ຊື່ນທີ່​ສຸດ ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ລາຍການ​ນີ້. ລາ​ຍການ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ຍ້ອນ​ມັນ​​ໄດ້​ຊ່ວຍ​ໃຫ້​ບັນດາ​ຄົນ​ລຸ້ນໜຸ່ມ​ເຂົ້າ​ໃຈ​ກ່ຽວ​ກັບພື້ນຖານ​ວັດທະນະທຳ​ຂອງ 2 ຊາ​ດຫວຽດນາມ - ກຳ​ປູ​ເຈຍ. 2 ຝ່າຍ​ຈະ​ຮ່ວມ​ມືກັນ​ຢ່າງຍາວນານ, ມິດຕະພາບ ​ແລະ ສັນຕິພາບ​”.

ຂ່າວ/ບົດ​ອື່ນ