ງານວາງສະແດງຮູບຖ່າຍ ຫວຽດນາມ ຢູ່ ອີຕາລີເມື່ອເດືອນ 9/2014
(ພາບ: Trịnh Minh Đức/Vietnam+)
|
(vovworld) – ວັນທີ 12/1, ຢູ່ຫໍພິພິຕະພັນແຫ່ງຊາດ IL Vittoriano ຢູ່ນະຄອນຫຼວງ Rome, ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ອີຕາລີ. ເຫດການນີ້ໂດຍກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຈັດຕັ້ງ, ສົມທົບກັບບັນດາອົງການປະເທດເຈົ້າພາບຄື: ສະຫະສະມາຄົມ ທ່ອງທ່ຽວ, ສະຫະສະມາຄົມຮູບເງົາ, ສະຫະພັນວົງການເຈົ້າຂອງອຸສາຫະກຳ, ສະພາເວລາ ແລະ ວັດທະນະທຳ ອີຕາລີ - ຫວຽດນາມ, ບໍລິສັດແຟຊັນ Gattinoni ແລະ ອຳນາດການປົກຄອງນະຄອນ Rome. ທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ: ສັບປະດາວັດທະນະທຳ ຫວຽດນາມ ຢູ່ Rome ນອນໃນບັນດາເຫດການວັດທະນະທຳເພື່ອແນໃສ່ໂຄສະນາເຜີຍແຜ່ປະເທດຊາດ ແລະ ຊາວ ຫວຽດນາມ, ມຸ່ງໄປເຖິງງານວາງສະແດງໂລກ EXPO 2015 ຢູ່ນະຄອນ Milan, ອີຕາລີ ໃນເດືອນ 5 ຈະມາເຖິງ.
ໃນຂອບເຂດສັບປະດາວັດທະນະທຳ ຫວຽດນາມ ຢູ່ ອີຕາລີ ຈະດຳເນີນການເຄື່ອນໄຫວຕ່າງໆຄື: ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ, ການຮ່ວມມືເສດຖະກິດ, ຮູບເງົາລະຫວ່າງ ຫວຽດນາມ ແລະ ອີຕາລີ, ວັນຟິມຮູບເງົາ ຫວຽດນາມ ຢູ່ ອີຕາລີ, ຜ່ານນັ້ນໄດ້ໂຄສະນາເຜີຍແຜ່ພາບພົດ ຫວຽດນາມ ແລະ ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດນີ້.