ໄຂເວທີປາໄສ5ປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທຳອິດ
ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ
|
(vovworld)- “5 ປະເທດອະນຸພາກພື້ນແມ່ນ້ຳຂອງ ( ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະໄທ) ປີ 2016 - ມຸ່ງໄປເຖິງວັດທະນາຖາວອນ” ແມ່ນຫົວຂໍ້ຂອງເວທີປາໄສ 5 ປະເທດອະນຸພາກພື້ນແມ່ນ້ຳຂອງລວມມີ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະໄທ ຈັດຂຶ້ນເປັນຄັ້ງທຳອິດຢູ່ ນະຄອນຫລວງ ບາງກອກ ປະເທດໄທ ແຕ່ວັນທີ 16-18/6. ທີ່ເວທີປາໄສ, ບັນດານັກປະຖະກະຖາ ຕາງຫນ້າໃຫ້ອົງການລັດຖະບານ, ບັນດາວິສາຫະກິດແຖວຫນ້າ ແລະ ນັກທຸລະກິດຫນຸ່ມ ຈະແບ່ງປັນບັນດາແນວຄວາມຄິດກ່ຽວກັບເສດຖະກິດ ແລະ ການພັດທະນາ ເພື່ອເພີ່ມທະວີກຳລັງແກ້ງແຍ້ງຂອງພາກພື້ນ. ຈຸດໝາຍຍາວນານຂອງເວທີປາໄສ ແມ່ນເພື່ອຊຸກຍູ້ການຮ່ວມມື, ລົບລ້າງບັນດາຮົ້ວກີດຂວາງດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການເຈລະຈາລະຫວ່າງລັດຖະບານບັນດາປະເທດ ແລະ ພາກເອກະຊົນ ເພື່ອພັດທະນາເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຂອງແຕ່ລະປະເທດ. ໃນບົດກ່າວປາໄສໄຂກອງປະຊຸມເມື່ອວັນທີ 16/6, ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ໄດ້ເນັ້ນຫນັກວ່າ ດ້ວຍພື້ນຖານແມ່ນການຮ່ວມມືຢ່າງແຫນ້ນແຟ້ນໃນຂົງເຂດເສດຖະກິດ, ວັດທະນະທຳ ແລະ ພັດທະນາ, ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ຕັດສິນໃຈມຸ່ງໄປເຖິງການເປີດກວ້າງການເຊື່ອມໂຍງ ແລະ ເຊື່ອມຕໍ່ເສດຖະກິດ ເພື່ອຮັບປະກັນວັດທະນາຖາວອນແບບຍືນຍົງ.