ໄຂເວທີປາໄສວິທະຍາສາດນັກຮຽນນັກສຶກສາສາກົນຄັ້ງທຳອິດ

ໄຂເວທີປາໄສວິທະຍາສາດນັກຮຽນນັກສຶກສາສາກົນຄັ້ງທຳອິດ - ảnh 1
ໄຂເວທີປາໄສວິທະຍາສາດນັກຮຽນນັກສຶກສາສາກົນຄັ້ງທຳອິດ
(ພາບ: tuoitre)


(vovworld) - ຕອນ​ເຊົ້າ​ວັນ​ທີ 7/4, ມີ​ນັກ​ສຶກສາດີ​ເດັ່ນ 100 ກວ່າ​ຄົນ​ທີ່​ມາ​ຈາກບັນດາ​ມະຫາວິທະຍາ​ໄລ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ບັນດາ​ປະ​ເທດ​ໃກ້​ຄຽງ​ຄື: ຈີນ, ຍີ່ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ ໄຂ​ເວທີ​ປາ​ໄສວິທະຍາສາດ​ນັກ​ສຶກສາ​ສາກົນ​ຄັ້ງ​ທຳ​ອິດ, ດ້ວຍ​ຫົວ​ຂໍ້​ວ່າ: “ນັກ​ສຶກສາ​ເຊື່ອມ​ໂຍງ“. ​ເວທີ​ປາ​ໄສ​ນີ້​ໂດຍ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ, ມະຫາວິທະຍ​າໄລ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ​ສົມທົບ​ກັນ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ, ບັນດາ​ນັກ​ສຶກສາ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ຫົວ​ເລື່ອງ​ສະ​ເພາະ​ຕ່າງໆ​ຕື: ການ​ດຳ​ເນີນ​ອາຊີບ ​ແລະ ວຽກ​ເຮັດ​ງານ​ທຳ​ຂອງ​ນັກ​ສຶກສາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ອ້າ​ຍ ​ເລິ​ມດິ່ງທັ໋ງ, ປະທານສະມາຄົມ​ນັກ​ສຶກສາ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຜ່ານ​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ນັກ​ສຶກສາ​ນະຄອນ ​ໂຮ່ຈີ​ມິນ ກໍ່​ຄື​ບັນດາ​ນັກວິທະຍາສາດ​ໜຸ່ມ ຈະ​ມີ​ວິທີ​ສຳຜັດ​ທີ່​ມີ​ລັກສະນະ​ວິທະຍາສາດ​ກັບ​ປະຊາ​ຄົມ​ວິທະຍາສາດ​ໂລກ, ສາມາດ​ຮຳ່ຮຽນ​ເອົາ​ບັນດາ​ບົດຮຽນ​ນັ້ນ ​ເພື່ອ​ແກ້​ໄຂ​ບັນຫາ​ຕົວ​ຈິງ​ທີ່​ວາງ​ອອກ​ໃຫ້​ນະຄອນ, ນັ້ນ​ແມ່ນ​ດິນ​ຟ້າ​ອາກາດ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ນັກ​ສຶກສາ.

ເວທີ​ປາ​ໄສວິທະຍາສາດ​ນັກຮຽນ​ນັກ​ສຶກສາ​ສາກົນ​ຈະ​ດຳ​ເນີນ​ເຖິງ​ວັນ​ທີ 10/4.

ຂ່າວ/ບົດ​ອື່ນ