ໄຂເວທີປາໄສເສດຖະກິດ Davos ຄັ້ງທີ 53

(VOVWORLD) - ຫົວຂໍ້ຂອງເຫດການປີນີ້ ແມ່ນ “ການຮ່ວມມືໃນໂລກທີ່ຖືກຈັດແບ່ງ” ຊິ່ງໄດ້ສະແດງໃຫ້ເຫັນສ່ວນໃດສ່ວນໜຶ່ງ...

ກອງປະຊຸມປະຈຳປີເວທີປາໄສເສດຖະກິດ (WEF) ຄັ້ງທີ 53 ຢູ່ Davos, ປະເທດ ສະວິດ ໄດ້ໄຂຂຶ້ນໃນວັນທີ 16 ມັງກອນ. ພາຍຫຼັງຖືກຂາດວັກຂາດຕອນເປັນໄລຍະໜຶ່ງຍ້ອນໂລກລະບາດໂຄວິດ  19, ກອງປະຊຸມ ໄດ້ກັບຄືນສູ່ການຈັດຕັ້ງຕາມທຳນຽມກ່ອນນີ້ເຊິ່ງກົງກັບໂອກາດຕົ້ນປີ ຕາມຮູບແບບປະຊຸມຊິ່ງໜ້າ. ຫົວຂໍ້ຂອງເຫດການປີນີ້ ແມ່ນ “ການຮ່ວມມືໃນໂລກທີ່ຖືກຈັດແບ່ງ” ຊິ່ງໄດ້ສະແດງໃຫ້ເຫັນສ່ວນໃດສ່ວນໜຶ່ງ ການກະທຳສົມທົບລວມໝູ່ແມ່ນມີຄວາມຈຳເປັນໃນສະພາບການໂລກທີ່ພວມຕ້ອງປະເຊີນໜ້າກັບວິກິດການຫຼາຍຄັ້ງກ່ວາເວລາໃດໝົດ.

        ກອງປະຊຸມຈັດຂຶ້ນໃນເວລາ 5 ວັນ, ແຕ່ວັນທີ 16 – 20 ມັງກອນ, ສຸມໃສ່ເຂົ້າບັນດາຫົວຂໍ້ເຄັ່ງຮ້ອນຄື: ວິກິດການພະລັງງານ ແລະ ສະບຽງອາຫານ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ; ສະພາບເງິນເຟີ້ສູງ, ການເຕີບໂຕຕ່ຳ, ໜີ້ສາທາລະນະ ແລະ ໄພນາບຂູ່ຈາກສະພາບເສດຖະກິດຊຸດໂຊມ; ການປ່ຽນແປງຂະແໜງອາຊີບ ແລະ ການພັດທະນາອຸດສາຫະກຳໃນຍຸກສະໄໝເຕັກໂນໂລຊີໃໝ່; ຂາດແຄນຜູ້ອອກແຮງງານມີສີມືດີ, ການຂາດຄວາມສະເໝີພາບດ້ານລາຍຮັບ ແລະ ຕະຫຼາດແຮງງານສຳລັບແມ່ຍິງ. ບັ້ນຮົບຢູ່ ຢູແກຼນ ແລະ ການຜັນປ່ຽນດ້ານພູມສາດການເມືອງ, ບັນຫາຊ່ວຍເຫຼືອມະນຸດສະທຳ ແລະ ສ້າງສາຄືນໃໝ່ກໍ່ແມ່ນຫົວຂໍ້ຕົ້ນຕໍໃນການປຶກສາຫາລືຄັ້ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ