ໄຂເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 26

(VOVWORLD) - ເວທີປາໄສມີ 140 ເຫດການ, ໂດຍດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 17.000 ທ່ານທີ່ມາຈາກ 130 ປະເທດ ແລະ ເຂດແຄ້ວນ.
ໄຂເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 26 - ảnh 1ເວທີປາໄສເສດຖະກິດສາກົນ St.Petersburg
(ພາບ: TTXVN)

        ວັນທີ 15 ມິຖຸນາ, ເວທີປາໄສເສດຖະກິດສາກົນ St.Petersburg (SPIEF) ຄັ້ງທີ 26 ໄດ້ໄຂຂຶ້ນຢູ່ນະຄອນ St.Petersburg. ຫົວຂໍ້ຕົ້ນຕໍຂອງ SPIEF 2023 ແມ່ນ “ພັດທະນາຢ່າງມີອະທິປະໄຕ - ພື້ນຖານຂອງໂລກທີ່ຍຸຕິທຳ. ຄວາມມານະພະຍາຍາມລວມເພື່ອຜົນປະໂຫຍດຂອງລຸ້ນຕ່າງໆໃນອະນາຄົດ”. ເວທີປາໄສມີ 140 ເຫດການ, ໂດຍດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 17.000 ທ່ານທີ່ມາຈາກ 130 ປະເທດ ແລະ ເຂດແຄ້ວນ.

        ເວທີປາໄສປີນີ້ໄດ້ປຶກສາຫາລືກ່ຽວກັບບັນດາທ່າອ່ຽງ ແລະ ແງ່ຫວັງຕົ້ນຕໍ, ບັນດາການປ່ຽນແປງທີ່ມີລັກສະນະເປັນລະບົບສຳລັບພື້ນຖານເສດຖະກິດທົ່ວໂລກ. ບັນດາຫົວຂໍ້ໃນລາຍການດຳເນີນທຸລະກິດຕົ້ນຕໍຂອງ SPIEF 2023, ລວມມີ ການຊອກຫາບັນດາຫາລະໂອກາດຮ່ວມມືໃໝ່, ສ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫຼຸດຜ່ອນຄວາມບໍ່ສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມທຸກຍາກ… ເວທີປາໄສກໍ່ປຶກສາຫາລືກ່ຽວກັບການປ່ຽນແປງທີ່ພວມເກີດຂຶ້ນໃນພື້ນຖານເສດຖະກິດ ລັດເຊຍ, ໂດຍສະເພາະແມ່ນໃນສະພາບທີ່ປະເທດນີ້ພວມປະເຊີນໜ້າກັບຫຼາຍມາດຕະການລົງໂທດຂອງຝ່າຍຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ