(vovworld) – ເວທີປາໄສເສດຖະກິດອາຊຽນ 2013 ໄດ້ໄຂຂຶ້ນໃນວັນທີ 27/2 ຢູ່ບາງກອກ, ປະເທດໄທ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 600 ທ່ານ, ເຊິ່ງແມ່ນນັກທຸລະກິດໃນພາກພື້ນອາຊຽນ ແລະ ບັນດານັກລົງທຶນໃນທົ່ວໂລກ. ດ້ວຍຫົວຂໍ້ວ່າ “ການທ້າທາຍ ແລະ ບຸລິມາສິດມຸ່ງໄປເຖິງ AEC 2015: ກຳແໜ້ນບັນດາຄຸນຄ່າຂອງກຳລັງພາຍໃນ“, ເວທີປາໄສປີນີ້ໄດ້ຮັບຖືວ່າ ຈະປະກອບສ່ວນສ້າງຄວາມຮັບຮູ້ໃໝ່ ກ່ຽວກັບປະຊາຄົມເສດຖະກິດອາຊຽນ (AEC), ພ້ອມທັງເພີ່ມຄວາມສາມາດແກ່ງແຍ້ງສຳລັບພາກພື້ນອາຊຽນເວົ້າລວມ ແລະ ໄທເວົ້າສະເພາະ. ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ໃຫ້ຮູ້ວ່າ, ອາຊຽນ ພວມຢູ່ໃນຂະບວນວິວັດແຫ່ງການສ້າງຕັ້ງປະຊາຄົມຮ່ວມໃນປີ 2015, ໂດຍອີງໃສ່ 3 ເສົາຄ້ຳ: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ, ໃນນັ້ນເສດຖະກິດໄດ້ຮັບການຕີລາຄາວ່າແມ່ນສຳຄັນ. ການສ້າງຕັ້ງ AEC ສຳເລັດຜົນ ຈະປະກອບສ່ວນຮັບປະກັນຜົນສຳເລັດໃຫ້ຂະບວນວິວັດແຫ່ງການເຊື່ອມໂຍງຂອງອາຊຽນ. ໃນໄລຍະຈະມາເຖິງ, ອາຊຽນ ຈະໃຫ້ບຸລິມາສິດແກ່ການປະຕິບັດບັນດາມາດຕະການໃຫຍ່, ມີປະສິດທິຜົນ. ພິເສດແມ່ນຄາດໝາຍຮັດແຄບຊ່ອງວ່າງ ເຊິ່ງຝ່າຍຕ່າງໆ ໄດ້ເຫັນດີເປັນເອກະພາບນຳກັນ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ປະຕິບັດຫຼາຍມາດຕະການໃນວິວັດແຫ່ງການສ້າງປະຊາຄົມຮ່ວມອາຊຽນເວົ້າລວມ ແລະ AEC ເວົ້າສະເພາະເປັນຢ່າງດີ. ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມບັນດາໂຄງການດຳເນີນງານ ເພື່ອປະກອບສ່ວນເຂົ້າໃນການສ້າງAEC ສຳເລັດຜົນ, ເປັນພື້ນຖານໃຫ້ການເຊື່ອມໂຍງຂອງອາຊຽນໃນໄລຍະຕໍ່ໄປສຳ ເລັດຜົນ.