ໄຕມາດທີ 1, ຫວຽດນາມ ສົ່ງອອກເກີນດູນໄປຍັງ ອາເມລິກາ 4,5 ຕື້ USD

ໄຕມາດທີ 1, ຫວຽດນາມ ສົ່ງອອກເກີນດູນໄປຍັງ ອາເມລິກາ 4,5 ຕື້ USD - ảnh 1
(ພາບປະກອບ)

(vovworld) - ຕາມ​ຕົວ​ເລກ​ສະ​ຖິຕິ​ຂອງ​ກົມ​ໃຫຍ່​ພາສີ​ຫວຽດນາມ ​ໃຫ້​ຮູ້​ວ່າ ຍອດ​ວົງ​ເງິນສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນໄຕ​ມາດ​ທີ 1 ປີ 2014, ບັນລຸ 7,76 ຕື້ USD, ​ເພີ່ມ​ຂຶ້ນ 24,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013, ​ໃນ​ນັ້ນ, ຫວຽດນາມ ສົ່ງ​ອອກ​ເກີນ​ດູ​ນ​ໄປ​ຍັງ​ອາ​ເມ​ລິ​ກາ ປະມານ 4,5 ຕື້ USD. ສິນຄ້າ​ຂອງ​ຫວຽດນາມ ສົ່ງ​ໄປ​ຍັງ​ອາ​ເມ​ລິ​ກາ ລ້ວນ​ແຕ່​ເຕີບ​ໂຕ. ບັນດາປະເພດ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ສູງ​ທີ່​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ນີ້​ລ້ວນ​ແຕ່​​ແມ່ນ​ສິນຄ້າ​ຕົ້ນ​ຕໍ​ຂອງ​ຫວຽດນາມ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ໂທລະສັບ, ​ເຄື່ອງ​ອາ​ໄຫຼ່, ​ເພີ່ມ​ຂຶ້ນ 6 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

        ອາ​ເມ​ລິ​ກາ ​ແມ່ນ​ຄູ່​​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ຫວຽດນາມ, ຖັດຈາກ​ຈີນ. ດຸນ​ການ​ຄ້າ​ສິນຄ້າ​ຂອງ​ຫວຽດນາມ ​ໃນ​ການ​​ແລກປ່ຽນ​ຄ້າ​ຂາຍກັບ​ອາ​ເມ​ລິ​ກາ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ຍາມ​ໃດ​ກໍ່​ຮັກສາ​ຢູ່​ໃນ​ລະດັບ​ສ່ວນ​ເກີນ. ຮອດ​ປີ 2013, ການ​ສົ່ງ​ອອກ​ເກີນ​ດູນຂອງ​ຫວຽດນາມ ​ໄປ​ຍັງ​ອາ​ເມ​ລິ​ກາ ບັນລຸ​ຕົວ​ເລກ 18,6 ຕື້ USD.

ຂ່າວ/ບົດ​ອື່ນ