ໄທ ເພີ່ມທະວີການ ປ້ອງກັນຄວາມສະຫງົບ ໃນວັນສານລັດຖະທຳ ມະນູນອອກຄຳຕັດສິນ

ໄທ ເພີ່ມທະວີການ ປ້ອງກັນຄວາມສະຫງົບ ໃນວັນສານລັດຖະທຳ ມະນູນອອກຄຳຕັດສິນ - ảnh 1
ສານລັດຖະທຳມະນູນໄທ ເມື່ອຕອນຄຳ່ວັນທີ 13/7
(ພາບ: Xuan Son)

(vovworld) - ວັນ​ທີ 13/7, ສານ​ລັດຖະທຳ​ມະນູນ​ໄທ ​ໄດ້​ອອກ​ຄຳ​ຕັດສິນ​ສຳຄັນ, ນັ້ນ​ແມ່ນ​ຂໍ້​ກຳນົດ​ເລື່ອງ​ປັບປຸງ​ມາດ​ຕາ 291 ຂອງ​ລັດຖະທຳ​ມະນູນ​ໄທ ​ເຊິ່ງສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ພວມ​ດຳ​ເນີນ ​ນອນ​ໃນ​ໂທດ​ລົບ​ລ້າງ​​ລັດຖະທຳ​ມະນູນ​ໄທ ທັງໝົດ ​ໃນ​ປະຈຸ​ບັນ ຫຼື ​ເຮັດ​ໃຫ້​ລະບອບ​ລະ​ຊາ​ທິປະ​ໄຕປ່ຽນ​ແປງ ຄື​​ດັ່ງໃບ​ກ່າວ​ຟ້ອງ​ຂອງ​ພັກ​ປະຊາທິປັດຝ່າຍ​ຄ້ານ ຫຼື​ບໍ່. ສານ​ກໍ​ຈະ​ຕັດສິນ: ບັນດາ​ຫຼັກ​ຖານ​ເຊິ່ງຝ່າ​ຍ​ໂຈດ ຍົກ​ອອກ​ມາ​ມີ​​ຫຼັກ​ຖານ​ດ້ານ​ກົດໝາຍ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ສາມາດ​ຍູ​ບ​ເລີກ​ພັກ​ເພື່ອ​ໄທຫຼື​ບໍ່? ຍ້ອນ​ລັກສະນະ​ສັບສົນ​ພິ​ເສດ​ທີ່​ມີ​ລັກສະນະ​ນິຕິ​ກຳ, ວາລະ​ປະຊຸມສານ​ນີ້​​ໄດ້ຮັບ​ຖື​ວ່າ​ຈະ​ມີ​ຄຳ​ຕັດສິນ​ທີ່​ເປັນ​ຂີດ​ໝາຍ​ດ້ານ​ປະຫວັດສາດ​ໃນ​ພື້ນຖານ​ການ​ເມືອງ​ຂອງ​ໄທ.

ຂ່າວ/ບົດ​ອື່ນ