ໄທ ແລະ ຫວຽດນາມ ຮ່ວມມືເພີ່ມລາຄາເຂົ້າສານຮັບປະກັນຄວາມຍຸຕິທຳກ່ວາ

(VOVWORLD) - ກຸ່ມປະຕິບັດງານພິເສດຂອງສອງປະເທດຈະຈັດການປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບຂໍ້ຕົກລົງຮ່ວມມືດ້ວຍຈຸດໝາຍເປັນເອກະພາບໃນບັນດາບາດກ້າວຜັນຂະຫຍາຍມຸ່ງໄປເຖິງການເພີ່ມລາຄາເຂົ້າສານໃຫ້ເໝາະສົມດ້ວຍລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງໃນໄລຍະມໍ່ໆມານີ້
ໄທ ແລະ ຫວຽດນາມ ຮ່ວມມືເພີ່ມລາຄາເຂົ້າສານຮັບປະກັນຄວາມຍຸຕິທຳກ່ວາ - ảnh 1ພາບປະກອບ

ວັນທີ 3 ກັນຍາ, ທ່ານ ສະເຫຼີມໄຊ ສີອ່ອນ, ລັດຖະມົນຕີກະຊວງກະສິກຳ ແລະ ສະຫະກອນ ໄທ ໃຫ້ຮູ້ວ່າ: ໄທ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືເພີ່ມລາຄາເຂົ້າສານສົ່ງອອກ ຮັບປະກັນຄວາມຍຸຕິທຳໃນສະພາບການລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງ.

        ຄາດວ່າ, ກຸ່ມປະຕິບັດງານພິເສດຂອງສອງປະເທດຈະຈັດການປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບຂໍ້ຕົກລົງຮ່ວມມືດ້ວຍຈຸດໝາຍເປັນເອກະພາບໃນບັນດາບາດກ້າວຜັນຂະຫຍາຍມຸ່ງໄປເຖິງການເພີ່ມລາຄາເຂົ້າສານໃຫ້ເໝາະສົມດ້ວຍລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງໃນໄລຍະມໍ່ໆມານີ້. ໃນໄລຍະຍາວ, ສອງປະເທດຈະສະເໜີ ອິນເດຍ ແລະ ຫຼາຍປະເທດສົ່ງອອກເຂົ້າສານອື່ນໆເພີ່ມທະວີການຮ່ວມມື, ແທນທີ່ແກ່ງແຍ້ງເພື່ອດັດປັບລາຄາເຂົ້າສານສົ່ງອອກຢູ່ໃນລະດັບເໝາະສົມ.

        ປະຈຸບັນ, ໄທ ແມ່ນປະເທດສົ່ງອອກເຂົ້າສານຢືນອັນດັບ 3 ໃນໂລກ, ຖັດຈາກ ອິນເດຍ ແລະ ຫວຽດນາມ. ປະເທດນີ້ໄດ້ວາງຄາດໝາຍສົ່ງອອກເຂົ້າສານ 7 ລ້ານໂຕນໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ