ໄທເລີ່ມດຳເນີນວິວັດການ ຮຽບຮຽງລັດຖະທຳ ມະນູນ


ໄທເລີ່ມດຳເນີນວິວັດການ ຮຽບຮຽງລັດຖະທຳ ມະນູນ - ảnh 1

(ພາບ: vov)

(vovworld) – ​ໄທ​ໄດ້​ເລີ່​ມດຳ​ເນີນ​ວິວັດ​ການ​ຮຽງ​ຮຽງ​ລັດຖະທຳ​ມະນູນ​ທາງ​ການ ​ແລະ ​ແມ່ນ​ລັດຖະທຳ​ມະນູນ​ສະ​ບັບທີ 20 ຂອງ​ປະ​ເທດ​ນີ້ ​ແທນ​ໃຫ້ລັດຖະທຳ​ມະນູນ​ສະ​ບັບຊົ່ວຄາວ​ພວມ​ນຳ​ໃຊ້​ໃນ​ປະຈຸ​ບັນ ຊື່ງ​​ໄດ້​ຖືກ​ສ້າງ​ຂຶ້ນ​ພາຍຫຼັງ​ເຫດການ​ລັດຖະປະຫານ​ເມື່ອ​ວັນ​ທີ 22/5 ທີ່​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮຽບຮຽງ​ລັດຖະທຳມະນູນ​ຄັ້ງນີ້, ຫວ່າງ​ແລ້ວ​ນີ້, ທ່ານບໍ​ວັນ​ສັກ ອຸ​ວັນ​ໂນ ປະທານ​ຄະນະ​ກຳມະການ ຮຽງ​ຮຽງ​ລັດຖະທຳ​ມະນູນ​ໄທ ຢືນຢັນ​ວ່າ, ບັນດາ​ສະມາຊິກ​ໃນ​ຄະນະ​ຮຽບຮຽງ​ບໍ່​ຖືກ​ກົດ​ດັນ​ຂອງ​ຝ່າຍ​ຕ່າງໆ ​ໃນ​ການ​ສ້າງ​ເນື້ອ​ໃນ​ຮ່າງ​ລັດຖະທຳ​ມະນູນ ​ແລະ ຄາດ​ວ່າ​ຮ່າງ​ລັດຖະທຳມະນູນຈະ​ຖືກ​ປັບປຸງ ​ແລະ ຍື່ນ​ສະ​ເໜີຕໍ່​ສະພາ​​ແຫ່ງ​ຊາດ​ຊົ່ວຄາວ ພິຈາລະນາ ​ແລະ ຮັບຮອງ​ເອົາ​ໃນ​ວັນ​ທີ 6/8/2015. ທ່ານ ບໍ​ວັນ​ສັກ ອຸ​ວັນ​ໂນ ສະ​ແດງ​ທັດສະ​ນາ​ທີ່​ວ່າ: ການ​ສ້າງລັດຖະທຳ​ມະນູນສະບັບ​ໃໝ່​ບໍ່​ຄວນ​ອີ​ງຕາມລັດຖະທຳ​ມະນູນທາງ​ການ​ຂອງ​ໄທ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ລັດຖະທຳ​ມະນູນປີ 2007 ​ແລະ 1997. ນອກຈາກ​ນັ້ນ​ແລ້ວ, ບໍ່​ຄວນ​ເລືອກ​ຕັ້ງທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະລັດຖະບານ​ໂດຍ​ກົງ ​./.
ຂ່າວ/ບົດ​ອື່ນ