(vovworld) – ໄທ ໄດ້ຮັບການເລືອກຕັ້ງເປັນປະທານກຸ່ມບັນດາປະເທດພວມພັດທະນາ (G-77), ເຊິ່ງແມ່ນອົງການຈັດຕັ້ງລະຫວ່າງລັດຖະບານໃຫຍ່ກວ່າໝູ່ ທີ່ເຕົ້າໂຮມບັນດາປະເທດພວມພັດທະນາ ແມ່ນສະມາຊິກຂອງສະຫະປະຊາຊາດ. ທ່ານ ອາພິຈາດ ຈີນວັນໂນ, ຈະກາຍເປັນເລຂາຜູ້ປະຈຳການກະຊວງການຕ່າງປະເທດໄທ ໃນເດືອນໜ້າ, ໄດ້ໃຫ້ຮູ້ກ່ຽວກັບບົດບາດໃໝ່ນີ້ຂອງໄທ ຈະຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃໝ່ (ເຊິ່ງຈະໄດ້ຮັບຮອງເອົາໃນປີ 2015). ໄທ ຈະບໍ່ພຽງແຕ່ຍູ້ແຮງການຮ່ວມມື ໃຕ້ - ໃຕ້, ລະຫວ່າງບັນດາປະເທດພວມພັດທະນາເທົ່ານັ້ນ, ຫາກຍັງສວມບົດບາດເປັນຂົວຕໍ່ລະຫວ່າງບັນດາປະເທດພວມພັດທະນາອີກດ້ວຍ.