ໄພເງິນເຟີ້ຢູ່ ອີຢູ ບັນລຸສະຖິຕິໃໝ່

Vovworld - ພາກພື້ນໃຊ້ສະກຸນເງິນລວມເອີໂຣ ກໍ່ຮັບຮູ້ລະດັບເງິນເຟີ້ສູງສຸດນັບແຕ່ເມື່ອສະກຸນເງິນ ເອີໂຣ ຢູ່ໃນລະດັບ 8,1%.
ໄພເງິນເຟີ້ຢູ່ ອີຢູ ບັນລຸສະຖິຕິໃໝ່ - ảnh 1ພາບປະກອບ

ຕາມຂໍ້ມູນຂອງອົງການສະຖິຕິເອີລົບ (Eurostat), ລະດັບເງິນເຟີ້ແຕ່ລະປີໃນເດືອນ ພຶດສະພາ 2022 ຂອງອີຢູບັນລຸລະດັບສະຖິຕິໃໝ່ເມື່ອໄດ້ຂຶ້ນເຖິງຕົວເລກ 8,8%. ພາກພື້ນໃຊ້ສະກຸນເງິນລວມເອີໂຣ ກໍ່ຮັບຮູ້ລະດັບເງິນເຟີ້ສູງສຸດນັບແຕ່ເມື່ອສະກຸນເງິນ ເອີໂຣ ຢູ່ໃນລະດັບ 8,1%. ຢຶນແຖວໜ້າແມ່ນ Estonia ຢູ່ໃນລະດັບ 20,1%, ຖັດມາແມ່ນ Litva ຢູ່ໃນລະດັບ 18,5% ແລະ Latvia ແມ່ນ 16,8%. ປະເທດ ຝລັ່ງ ແລະ ມານຕາ ແມ່ນສອງປະເທດມີອັດຕາເງິນເຟີ້ຕ່ຳທີ່ສຸດ, ຢູ່ໃນລະດັບ 5,8%. ສາຍເຫດຕົ້ນຕໍແມ່ນຍ້ອນຂາດດຸ່ນແຫຼ່ງສະໜອງພາຍຫຼັງໂລກລະບາດໂຄວິດ - 19 ແລະ ລາຄາພະລັງງານເພີ່ມຂຶ້ນສູງ ພາຍຫຼັງທີ່ ລັດເຊຍ ປະຕິບັດບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ຫວ່າງມໍ່ໆນີ້, ຄະນະກຳມະການເອີລົບ ໄດ້ຫລຸດລະດັບຄາດຄະເນການເຕີບໂຕດ້ານເສດຖະກິດຈາກລະດັບ 4% ລົງເຫຼືອພຽງ 2,7%ໃນປີນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນໄພເງິນເຟີ້ ພວມບັນລຸລະດັບສະຖິຕິ ຍິ່ງເຮັດໃຫ້ນັກເສດຖະກິດຫຼາຍທ່ານກ່າວເຕືອນວ່າ ເອີລົບ ອາດຈະຕົກຢູ່ໃນສະພາບຊຸດໂຊມຢ່າງແຮງ ຫຼື ຊຸດໂຊມລົງໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ