ໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງ ຮ້າຍແຮງ ຢູ່ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ຍ້ອນ ນໍ້າໃນແມ່ນໍ້າຂອງຫຼຸດລົງຢູ່ໃນລະດັບຕໍ່າ

(VOVWORLD) -   ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ຈະຕ້ອງປະເຊີນໜ້າກັບສະພາບໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງຮ້າຍແຮງ ຈົນຮອດເດືອນ ມັງກອນ ປີ 2020, ສົ່ງຜົນສະທ້ອນບໍ່ດີຕໍ່ການເຄື່ອນໄຫວຜະລິດກະສິກໍາ ແລະ ການດໍາລົງຊີວິດ. 
ໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງ ຮ້າຍແຮງ ຢູ່ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ຍ້ອນ ນໍ້າໃນແມ່ນໍ້າຂອງຫຼຸດລົງຢູ່ໃນລະດັບຕໍ່າ - ảnh 1ລະດັບນໍ້າໃນແມ່ນໍ້າຂອງຢູ່ນະຄອນພະນົມ (ໄທ)  (ພາບ: TTXVN)

ຕາມບັນດານັກຊ່ຽວຊານແລ້ວ, ກະແສນໍ້າໃນແມ່ນໍ້າຂອງພວມຢູ່ໃນລະດັບຕໍ່າທີ່ສຸດໃນຮອບເວລາ 60 ປີ ຜ່ານມາ. ສາຍເຫດ ແມ່ນຍ້ອນລະດູຝົນປີນີ້ ສັ້ນກວ່າ 5 ອາທິດ ເມື່ອທຽບໃສ່ທຸກໆປີ, ບວກກັບປະກົດການ El Nino ໄດ້ເຮັດໃຫ້ອຸນຫະພູມສູງຜິດປົກກະຕິ ອັນໄດ້ພາໄປເຖິງສະພາບນໍ້າລະເຫີຍຢ່າງວ່ອງໄວ. ທ່ານ ເລິມຫຸ່ງເຊີນ, ຫົວໜ້າສູນຄຸ້ມຄອງໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພາກພື້ນ, ສັງກັດຄະນະເລຂາຄະນະກໍາມາທິການແມ່ນໍ້າຂອງ (MRC) ໃຫ້ຮູ້ວ່າ:

        “ຕາມການສັງລວມຂອງສູນຕິດຕາມກວດກາ ໄດ້ລາຍງານວ່າ ລະດັບນໍ້າໃນແມ່ນໍ້າຂອງ ພວມຢູ່ໃນລະດັບຕໍ່າສຸດໃນປະຫວັດສາດ. ສາຍເຫດແມ່ນຍ້ອນລະດັບນໍ້າຢູ່ຍ່ານນໍ້າໄຫຼລົງມາໜ້ອຍ, ປະລິມານນໍ້າໄຫຼໄປໃສ່ແມ່ນໍ້າ Tunle Sap ໜ້ອຍ, ສະນັ້ນ, ເລື່ອງດັດສົມປະລິມານນໍ້າຈາກແມ່ນໍ້າ Tunle Sap ໃນລະດູແລ້ງແມ່ນຕໍ່າ, ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງຫຼຸດລົງຕໍ່າ”.

        ຄາດວ່າ, ສະພາບການໄພແຫ້ງແລ້ງຈະຮ້າຍແຮງກວ່ານັບແຕ່ຕົ້ນເດືອນ ທັນວາ 2019 ຫາ ເດືອນ ມັງກອນ 2020. ສະພາບການດັ່ງກ່າວ ອາດຈະສົ່ງຜົນກະທົບບໍ່ດີຕໍ່ການຜະລິດກະສິກໍາ ແລະ ການດໍາລົງຊີວິດຂອງປະຊາຊົນ.

ນັກຂ່າວ VOV ປະຈໍາ ກໍາປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ