ໄລຍະສຸດທ້າຍຂອງການ ຊ່ວງເສັງເຂົ້າວັງ Elysse

ໄລຍະສຸດທ້າຍຂອງການ ຊ່ວງເສັງເຂົ້າວັງ Elysse - ảnh 1

ໄລຍະ​ສຸດ​ທ້າຍ​ຂອງ​ການ​ຊ່ວງ​ເສັງ​ເຂົ້າ​ວັງ Elysse

(ພາບ:viet.rfi.fr)

( vovworld ) – ວັນ​ທີ 20/4, 2 ວັນ​ກ່ອນ​ການ​ຊ່ວງ​ເສັ​ງ​ເຂົ້າ​ວັງ Elysse , ບັນດາ​ຜູ້​ອອກ​ສະໝັກ​​ເຂົ້າ​ຮ່ວມ​ການ​​ແຂ່ງຂັ້ນເລືອກ​ຕ້ັງ​ເປັນ​ປະທາ​ນາທີ​ບໍດີ​ ຝຣັ່ງ ​ໄດ້​ມີ​ການ​ສູ້​ຢັນ​ກັນ​ຢ່າງ​ຂ້ຽວຂາດ​ໂດຍ​ຫມູນ​ອ້ອມ​ບັນຫາ​ວິ​ກິດ​ການ​ຫນີ້​ສິນ​ຂອງ​ລັດ​ຢູ່​ເອີ​​ໂຮ​ໂຊນ ກ່ອນ​ທີ່​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ຈະ​ສິ້ນ​ສຸດ​ໃນ​ເວລາ 24 ​ໂມງ​ຂອງ ວັນທີ 20/4. ກ່າວ​ຄຳ​ເຫັນ​ທາງ​ຄື້ນວິທະຍຸ RTL , ຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕ້ັງ​, ທັງ​ເປັນ​ປະທາ​ນາທີ​ບໍດີ ຝຣັ່ງ Nicolas Sarkozy ສັງກັດ​ພັກ​ຝ່າຍ​ຂວາ​ກຳ​ອຳນາດ​ພັນທະ​ມິດ​ເພື່ອ​ຂະ​ບວນການ​ປະຊາຊົນ (UMP) ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ຊ່ວຍ​ເຫລືອ​ນຳພາ ​ເອີ​ໂຣ​ໂຊນ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ວິ​ກິດ​ການ​ຫນີ້​ສິນ​ຂອງ​ລັດ ​ແລະ ​ຫລຸດ​ພົ້ນ​ອອກ​ຈາກໄພ​ສະກຸນ​ເງິນ ​ເອີ​ໂຣ ລວມຈະ​ຖືກ​ພັງ​ທະລາ​ຍ. ທ່ານ​ກໍ່​ໄດ້​ຕຳ​ນິຄູ່​ແຂ່ງ​ທີ່​ສັງກັດ​ພັກ​ຝ່າຍ​ຊ້າຍ​ສັງຄົມ (PS) Francois Holland ວ່າ​ບໍ່​ມີ​ບົດບາດ​ນຳພາ​ທີ່​ແທ້​ຈິງ​ໃນ​ການ​ເປັນ​ແກນ​ນຳ​ຂອງ ພັກ PS ​ໃນ​ຕະຫລອດ​ສິບປີ​ທີ​ຜ່ານ​ມາ. ສ່ວນ​ທ່ານ Francois Holland ພັດ​ຕຳ​ນິຕິ​ຕຽນ​ທ່ານ Nicolas Sarkozy ວ່າ​ບໍລິຫານ​ການ​ເຄື່ອນ​ໄຫວ​ການ​ເງິນ​ຂອງ​ລັດບໍ່​ໄດ້​ດີ. ຈຸດ​ພົ້ນ​ເດັ່ນ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕ້ັງ​ຄັ້ງ​ນີ້​ແມ່ນ ຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕ້ັງ Jean luc Melenchon  ສັງກັດ​ພັກ ​ແນວ​ໂຮມ​ຝ່າຍ​ຂວາ (FG) ​ໄດ້​ຈັດການ​​ໂຮມຊຸມນຸມສຸດ​ທ້າຍ​ເຊິ່ງ​ໄດ້​ດຶງ​ດູດ​ຜູ້​ສະ​ຫນັບ​ສະ​ຫນູນ​ເຂົ້າ​ຮ່ວມ​ປະ​ມານ 60 000 ຄົນ. ທ່ານ​ໄດ້​ມ້ວນ​ທ້າຍ​ບົດ​ປາ​ໄສດ້ວຍ​ການ​ຈັບ​ມື​ແລະ​ສະ​ແດງ​ຄວາມ​ສະມັກ​ຄີ​ກັບ​ບັນ​ດາ​ການ​ນຳ​ພັກ ຄອມ​ມູນິດ ​ແລະ ພັກ FG

   ຕາມ​ຫມາກຜົນ​ຂອງການ​ຢ່ັງ​ຫາງ​ສຽງ​ສຸດ​ທ້າຍ​ກ່ອນ​ວັນ​ເລືອກ​ຕ້ັງ 22/4. ການ​ສະຫນັບ​ສະ​ຫນູນ​ທີ່​ສະຫງວນ​ໃຫ້​ແກ່​ທ່ານ Nicolas Sarkozy ຖືກ​ຫລຸດ​ລົງ, ​ໃນ​ຂະນະ​ທີ່ ການ​ສະຫນັບສະຫນູນ​ຕໍ່​ທ່ານ Francois Holland ຍັງ​ຮັກສາ​ການ​ສະຫນັບສະຫນູນ​ຢູ່​ໃນ​ລະດັບ​ເດີມ.

 

 

ຂ່າວ/ບົດ​ອື່ນ