(ພາບປະກອບ) |
( vovworld)- ໜັງສືພິມການເງິນຂອງເຢັຍລະມັນສະບັບລົງວັນທີ 2/1 ໄດ້ລົງພິບົດຂຽນເນັ້ນໜັກວ່າ ຫວຽດນາມຈະມຸ່ງໄປສູ່ຮູບແບບເຕີບຍືນຍົງ ໂດຍອີງບົນຊຸກຍູ້ການປ່ຽນແປງໃໝ່, ເຕກໂນໂລຢີສູງ, ພື້ນຖານເສດຖະກິດຂຽວ, ພູມປັນຍາ.
ບົດໜັງສືພິມໄດ້ຄັດສະເໜີຂໍ້ມູນຫຼ້າສຸດຊຶ່ງໃຫ້ຮູ້ວ່າ ຫວຽດນາມຈະບັນລຸລະດັບເຕີບໂຕເກືອບ 6%ໃນປີ 2014, ນອກຈາກນັ້ນ ເງິນເຟີ້ບັນລຸ 4,09% ກໍແມ່ນລະດັບຕ່ຳສຸດໃນ 10 ປີທີ່ຜ່ານມາ. ໃນຂົງເຂດການນຳເຂົ້າ ແລະ ສົ່ງອອກ, ຫວຽດນາມກໍບັນລຸມູນຄ່າສ່ວນເກີນການຄ້າດ້ວຍວົງເງິນສົ່ງອອກບັນລຸ 150 ຕື້ USD. ໃນປີ 2014 ຫວຽດນາມໄດ້ສ້າງວຽກເຮັດງານທຳກວ່າ 1 ລ້ານຄົນ, ດ້ວຍອັດຕາໄພວາງງານບັນລຸພຽງລະດັບ 2,08%.