ໜູນຊ່ວຍກອງທຶນການສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ” ດ້ວຍຈຳນວນເງິນກ່ວາ 18 ຕື້ດົ່ງ

(VOVWORLD) - ນັກຮຽນ, ນັກສຶກສາ, ຊາວໜຸ່ມອາສາສະໝັກ ພ້ອມກັບປະຊາຊົນນະຄອນ ໂຮ່ຈີມິນ ນັບສອງສາມພັນຄົນໄດ້ເຂົ້າຮ່ວມລາຍການຍ່າງຮ່ວມເດີນທາງ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ” ໂດຍຄະນະຊາວໜຸ່ມ, ສະມາຄົມນັກສຶກສາ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນ ທີ 13 ສິງຫາ. 
ໜູນຊ່ວຍກອງທຶນການສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ” ດ້ວຍຈຳນວນເງິນກ່ວາ 18 ຕື້ດົ່ງ - ảnh 1 ນັບພັນໆຄົນເຂົ້າຮ່ວມລາຍການຍ່າງ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ” 

ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ບັນດາລາຍການເຄື່ອນໄຫວມີຄວາມໝາຍຂອງວັນບຸນບັນດານັກອາສາສະໝັກຄັ້ງທີ 11. ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບເງິນໜູນຊ່ວຍໃຫ້ ກອງທຶນການສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ” ຈຳນວນກ່ວາ 18 ຕື້ດົ່ງ, ກອງທຶນການສຶກສາຂອງສູນໜູນຊ່ວຍນັກຮຽນ, ນັກສຶກສາ ແລະ ກອງທຶນສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດຂອງເມືອງ 7, ນະຄອນ ໂຮ່ຈີມິນ ເພື່ອໜູນຊ່ວຍໃຫ້ນັກຮຽນ, ນັກສຶກສາ ທີ່ປະສົບກັບຄວາມຫຍຸ້ງຍາກມີເງື່ອນໄຂໄປໂຮງຮຽນສືບຕໍ່ປະຕິບັດຄວາມຫວັງຂອງຕົນ. ລາຍການກໍ່ໄດ້ຂົນຂວາຍການສະໜັບສະໜູນປື້ມຂຽນ ເພື່ອໜູນຊ່ວຍໃຫ້ນັກຮຽນບັນດາແຂວງພູດອຍທາງພາກເໜືອ ທີ່ຖືກຜົນສະທ້ອນຈາກນ້ຳຖ້ວມ, ນ້ຳແກ່ງໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ