ໜູນຊ່ວຍດ້ານນິຕິກຳໃຫ້ນັກໂທດກ່ອນທີ່ກັບເມືອວົງຄະນະຍາດ

ໜູນຊ່ວຍດ້ານນິຕິກຳໃຫ້ນັກໂທດກ່ອນທີ່ກັບເມືອວົງຄະນະຍາດ - ảnh 1
ທ່ານ ເຢືອງຮ໋ວານ, ຮອງຜູ້ອຳນວຍການສູນໃຫ້​ຄຳ​ປຶ​ກສາດ້ານ​ກົດໝາຍ ແນະນຳໂຄງການ ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ​ໃຫ້​ນັກ​ໂທດ​ໃກ້​ຈະ​​ໄດ້​ຮັບ​ການ​ປ່ອຍ​ຕົວ
(ພາບ: ສື່ເອເລັກໂຕນິກເຍີນ)

(vovworld) –  ຕອນ​ບ່າຍ​ວັນ​ທີ 29/6, ຢູ່​ຮ່າ​ໂນ້ຍ, ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ສູນ​​ໃຫ້​ຄຳ​ປຶ​ກສາດ້ານ​ກົດໝາຍ (ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ ​ໂຮ່ຈີ​ມິນ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເຜີຍ​ແຜ່ ​ແລະ ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ​ໃຫ້​ນັກ​ໂທດ​ໃກ້​ຈະ​​ໄດ້​ຮັບ​ການ​ປ່ອຍ​ຕົວ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ໂຄງການ “ສິດສອນ ​ແລະ ​ໃຫ້​ຄຳ​ປຶກ​ສາ​ໃຫ້​ນັກ​ໂທດ​ໃກ້​ຈະ​ໄດ້ຮັບ​ການ​ປ່ອຍ​ຕົວ” ​ໂດ​ຍສູນ​​ໃຫ້​ຄຳ​ປຶກສາ​ດ້ານ​ກົດໝາຍ (ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ ​ໂຮ່ຈີ​ມິນ) ​ແລະ ​ໂຄງການ​ພັດທະນາ ສປຊ ປະຈຳ ຫວຽດນາມ ປະຕິບັດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Scott Ciment, ທີ່​ປຶກສາ​ນະ​ໂຍບາຍ ກ່ຽວກັບອຳນາດ​ນິຕິບັນຍັດ​ຂອງ ​ໂຄງການ​ພັດທະນາ ສປຊ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໂຄງການ​ໄດ້​ຮັບ​ການ​ອອ​ກ​ແບບ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສຶກສາ​ຮຽນ​ກົດໝາຍ ​ແລະ ການ​ໜູນ​ຊ່ວຍ​ຂອງ​ຄູ​ສອນ, ນັກ​ທະນາຍຄວາມ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊ່ວຍ​ໃຫ້​ບັນດາ​ນັກ​ໂທດ​ເຈື່ອຈານ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ ຈະມີ​ບັນດາ​ຂໍ້​ມູນ​ດ້ານ​ນິຕິ​ກຳ​ພື້ນຖານ. ​ໂຄງການ​ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ຊ່ວຍ​ໃຫ້​ນັກ​ສຶກສາ​ສາມາດ​ນຳ​ໃຊ້​ຄວາມ​ຮູ້​ທີ່​ໄດ້​ຮຽນ​ແລ້ວ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ.


ຂ່າວ/ບົດ​ອື່ນ