ໜູນຊ່ວຍປະຕິຮູບລະບອບລັດຖະການ, ລັດຖະກອນຫວຽດນາມ
(ພາບປະກອບ)
(vovworld) – ທ່ານນາຍົກລັດຖະມົນຕີ ຫາກໍ່ລົງນາມໃນບັນຊີລາຍຊື່ໂຄງການໜູນຊ່ວຍດ້ານເຕັກນິກ “ໜູນຊ່ວຍການປະຕິຮູບລະບອບລັດຖະການ, ລັດຖະກອນຫວຽດນາມ” ໂດຍທະນາຄານພັດທະນາອາຊີ (ADB) ຊ່ວຍເຫຼືອລ້າ. ຍອດຈຳນວນເງິນຂອງໂຄງການແມ່ນ 1,25 ລ້ານ USD, ໃນນັ້ນທຶນໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ໂດຍ ADB ຊ່ວຍເຫຼືອລ້າທີ່ມີມູນຄ່າ 1 ລ້ານ USD; ທຶນສະສົມ 2 ຝ່າຍຫວຽດນາມ ແມ່ນ 250.000 USD. ບ້ວງເງິນໜູນຊ່ວຍດັ່ງກ່າວ ຈະຊ່ວຍໃຫ້ກະຊວງພາຍໃນເພີ່ມເຕີມແຫຼ່ງກຳລັງເພື່ອສ້າງພື້ນຖານລັດຖະການ “ອາຊີບ, ຮັບຜິດຊອບໜ້າທີ່, ຂະຫຍັນຂັນເຄື່ອນ, ໂປງໃສ ແລະ ມີປະສິດທິຜົນ”; ຍູ້ແຮງການປະຕິຮູບລະບອບລັດຖະການ, ລັດຖະກອນ ແນໃສ່ຈຸດໝາຍສ້າງພື້ນຖານລັດຖະການດ້ວຍຖັນແຖວພະນັກງານ, ລັດຖະກອນອາຊີບ, ມີຄຸນນະທາດ, ມີລະດັບຄວາມຮູ້ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ, ສັງຄົມໃນເງື່ອນໄຂຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຊ່ວຍໃຫ້ລັດຖະບານປະຕິບັດຍຸດທະສາດພັດທະນາເສດຖະກິດສັງຄົມ ແລະ ປະຕິຮູບການບໍລິການໄລຍະ 2011 – 2020.