​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫຼຸດ​​ຜ່ອນຄ່າ​ໃຊ້​ຈ່າຍ ເພື່ອ​ຟື້ນ​ຟູ​ການ​ຜະ​ລິດ

(VOVWORLD) -ທ່ານ ຫງວຽນກວັກຮຸ່ງ, ເລຂານຸການໃຫຍ່ ສະຫະສະມາຄົມ ທະນາຄານ ໃຫ້ຮູ້ວ່າ, ເພື່ອສະມາດໜູນຊ່ວຍວິສາຫະກິດໃຫ້ເປັນຢ່າງດີ, ລັດຖະບານຄວນເພີ່ມແຫຼ່ງກຳລັງໜຼູນຊ່ວຍ ວິສາຫະກິດຜ່ານຜ່າ ໄລຍະປະສົບກັບຄວາມຫຍຸ້ງຍາກນີ້. 
​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫຼຸດ​​ຜ່ອນຄ່າ​ໃຊ້​ຈ່າຍ ເພື່ອ​ຟື້ນ​ຟູ​ການ​ຜະ​ລິດ - ảnh 1ເວທີປາໄສ “ໜູນຊ່ວຍວິສາຫະກິດ ຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ" 

ເພື່ອແນໃສ່ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ປະຊາຄົມວິສາຫະກິດ ທີ່ພວມຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດ ເວທີປາໄສດ້ວຍຫົວຂໍ້ວ່າ “ໜູນຊ່ວຍວິສາຫະກິດ ຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ”.

ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ ໄດ້ເຮັດໃຫ້ວິສາຫະກິດ, ຂົງເຂດຕ່າງໆ ຖືກຜົນສະທ້ອນ. ໃນຂະນະນັ້ນ, ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ ພັດເພີ່ມຂຶ້ນສູງ ເຮັດໃຫ້ວິສາຫະກິດຫຼາຍແຫ່ງ ປະສົບກັບຄວາມຫຍຸ້ງຍາກ ຂຶ້ນຕື່ມ. ເພື່ອແນໃສ່ໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ໄລຍະຜ່ານມາ, ລັດຖະບານໄດ້ຍື່ນສະເໜີຕໍ່ ສະພາແຫ່ງຊາດ ອະນຸຍາດໃຫ້ວິສາຫະກິດ ຫຼຸດ ພາສີລາຍຮັບ ຂອງວິສາຫະກິດລົງ 30% ໃນປີ 2021.

ທ່ານ ຫງວຽນກວັກຮຸ່ງ, ເລຂານຸການໃຫຍ່ ສະຫະສະມາຄົມ ທະນາຄານ ໃຫ້ຮູ້ວ່າ, ເພື່ອສະມາດໜູນຊ່ວຍວິສາຫະກິດໃຫ້ເປັນຢ່າງດີ, ລັດຖະບານຄວນເພີ່ມແຫຼ່ງກຳລັງໜຼູນຊ່ວຍ ວິສາຫະກິດຜ່ານຜ່າ ໄລຍະປະສົບກັບຄວາມຫຍຸ້ງຍາກນີ້. ທ່ານກ່າວວ່າ:

ສະພາແຫ່ງຊາດ, ພັກ, ລັດຖະບານ ມີນະໂຍບາຍຫຼາຍສະບັບ ເພື່ອໜູນຊ່ວຍ ວິສາຫະກິດ, ແຕ່ປັດຈຸບັນຕ້ອງມີນະໂຍບາຍປີການເງິນ ດ້ວຍເງິນສົດ ເພື່ອໜູນຊ່ວຍວິສາຫະກິດ. ໃນສະພາບການນີ້ ແມ່ນເພື່ອ ລໍ່ລ້ຽງ ແຫຼ່ງລາຍຮັບນັ້ນ ຕ້ອງສ້າງແຫຼ່ງລາຍຮັບໃຫ້ແກ່ວິສາຫະກິດ, ແຕ້ຖ້າຢາກສ້າງແຫຼ່ງລາຍຮັບໃຫ້ແກ່ວິສາຫະກິດໄດ້ນັ້ນ ທາງກະຊວງ, ຂະແໜງການຕ້ອງເຂົ້າຮ່ວມ, ອົງການຈັດຕັ້ງສິນເຊື່ອໃຫ້ກູ້ຢືມເງິນກໍ່ຕ້ອງມີກົນໄກທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ