ຄົ້ນຫາເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ໃນແຂວງ ກາວບັ່ງ

(VOVWORLD) -ເຂດຮ່ອງຮອຍສະຖານ ປ໊າກບໍ໊ນອນຢູ່ບ້ານ ປ໊າກບໍ໊ຕາແສງ ເຈື່ອງຮ່າ ເມືອງ ຮ່າກວ໋າງ ແຂວງ ກາວບັ່ງ ຫ່າງຈາກນະຄອນກາວບັ່ງ ກວ່າ 50 ກິໂລແມັດໄປທາງທິດເໜືອ. ໂດຍແມ່ນຈຸດເລີ່ມຕົ້ນຂອງເສັ້ນທາງ ໂຮ່ຈີມິນ, ເຂດຮ່ອງຮອຍສະຖານ ປ໊າກບໍ໊ ໄດ້ຮັບການຢັ້ງຢືນຈາກລັດຖະບານ ແມ່ນຮ່ອງຮອຍສະຖານລະດັບຊາດພິເສດເມື່ອວັນທີ 10 ພຶດສະພາ ປີ 2012
ຄົ້ນຫາເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ໃນແຂວງ ກາວບັ່ງ - ảnh 1ວິຫານບູຊາປະທານ ໂຮ່ຈີມິນຢູ່ເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊

     ພາຍຫຼັງອອກໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ ແລະ ເຄື່ອນໄຫວຢູ່ຕ່າງປະເທດເປັນເວລາ 30 ປີ (1911 - 1941). ທ່ານປະທານ ໂຮ່ຈີມິນ ໄດ້ກັບຄືນມາປະເທດຜ່ານເສົາຫຼັກໝາຍ 108 ຢູ່ ປ໊າກບໍ໊ ແລະ ໄດ້ນຳພາຂະບວນການປະຕິວັດໂດຍກົງ. ປ໊າກບໍ໊ ແມ່ນບ່ອນຕິດພັນກັບໄລຍະປະຫັວດສາດຂອງການປະຕິວັດ ຫວຽດນາມ ແລະ ຊີວິດເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ນັບແຕ່ປີ 1941 ຫາ 1945. ເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ມີຊື່ສຽງດ້ວຍບັນດານ້ຳຕົກຕາດທີ່ງົດງາມ ບັນດາຫ້ວຍນ້ຳໃສເຢັນ, ບັນດາທົ່ງປ່າດົງດິບແລ່ນຍາວຢຽດ ແລະ ສາຍພູສະຫຼັບຊັບຊ້ອນທຸລະກັນດານ. ເຂດຮ່ອງຮອຍສະຖານລະດັບຊາດພິເສດແຫ່ງນີ້ ລວມມີວິຫານບູຊາປະທານ ໂຮ່ຈີມິນ, ຖ້ຳກົກບໍ໊, ຖ້ຳຫຼຸງລ້ານ, ຖ້ຳເງື່ອມວ່າຍ, ຫ້ວຍເລນິນ, ກຸ່ມຮ່ອງຮອຍສະຖານ ຂ້ວຍນ້ຳ, ກຸ່ມຮ່ອງຮອຍສະຖານກີມດົ່ງ, ເຮືອນຂອງລຸງ ເຢືອງວັນດ  

      ຈຸດແວທຳອິດເມື່ອແຂກທ່ອງທ່ຽວມາຢ້ຽມຊົມເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ແມ່ນວິຫານບູຊາປະທານ ໂຮ່ຈີມິນ. ກິດຈະກຳນີ້ ໄດ້ເລີ່ມລົງມືກໍ່ສ້າງເມື່ອວັນທີ 19 ພຶດສະພາ ປີ 2010 ແລະ ໄດ້ເປີດສະຫຼອງເມື່ອວັນທີ 19 ພຶດສະພາ ປີ 2011 ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ 121 ປີ. ນາງ ດວ່ານມາຍຮຽນ ຊາວເຜົ່າໄຕ່ ຜູ້ນຳທ່ຽວຊົມສັງກັດຄະນະຄຸ້ມຄອງບັນດາຮ່ອງຮອຍສະຖານລະດັບຊາດພິເສດແຂວງ ກາວບັ່ງ ໃຫ້ຮູ້ວ່າ:

 “ວິຫານບູຊາປະທານ ໂຮ່ຈີມິນ ຖືກກໍ່ສ້າງຕາມເຮືອນຮ້ານຂອງຊາວເຜົ່າໄຕ່, ເຜົ່ານຸ່ງທີ່ມີຄວາມລຽບງ່າຍ ແຕ່ມີລັກສະນະສັນຍາລັກສູງ. ຢູ່ບ່ອນທີ່ສັກສິດ ແມ່ນແຜ່ນຄຳຜະຫຍາ ໂດຍສາດສະດາຈານນັກວິລະຊົນແຮງງານ ຫວູຄຽວ ເປັນຜູ້ຮຽບຮຽງ. ຢູ່ບ່ອນສັກສິດທີ່ສຸດໃນວິຫານແມ່ນຮູບຫຼໍ່ປະທານໂຮ່ຈີມິນ ຖືກຫຼໍ່ດ້ວຍທອງສູງ 1,8 ແມັດ ມີນ້ຳໜັກ 1,26 ໂຕນ”.

  ເມື່ອຫາກໍ່ກັບຄືນມາປະເທດ, ທ່ານປະທານ ໂຮ່ຈີມິນ ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ຖ້ຳ ປ໊າກບໍ໊ ຫຼື ເອີ້ນວ່າຖ້ຳ ກົກບໍ໊ ກວ້າງປະມານ 15 ຕາແມັດ. ໃນຖ້ຳມີຕຽງໄມ້ ໃຫ້ເພິ່ນນອນພັກຜ່ອນ, ມີເຕົາໄຟ, ມີໂຕະຫີນເພື່ອໃຫ້ເພິ່ນເຮັດວຽກ ຫຼືໂງ່ນຫີນໃຫ້ເພິ່ນນັ່ງຕຶກປາຢູ່ແຄມຫ້ວຍ ເລນິນ… ຕູບຂ້ວຍນ້ຳ ຫ່າງຈາກຖ້ຳ ປ໊າກບໍ໊ ປະມານ 1 ກິໂລແມັດ ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ຢູ່ນານກວ່າໝູ່ໃນ ປ໊າກບໍ໊. ຕູບຖືກຕັ້ງຕາມແບບເຮືອນຮ້ານ ມີຄວາມສະດວກໃນການສັງເກດ ແລະ ຖອດຕົວຖ້າຫາກມີສັດຕູ. ຢູ່ໃກ້ຖ້ຳ ປ໊າກບໍ໊ ກໍ່ຍັງມີຖ້ຳ ສະລີດຽງ ແລະ ຖ້ຳຢຽມຕຽວ ເຊິ່ງແມ່ນບ່ອນທີ່ເພິ່ນນຳໃຊ້ເປັນບ່ອນເກັບຮັກສາຈົດໝາຍລັບ. ອ້າຍ ໂດ໊ຈ້ອງດົງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

  “ຫ້ວຍເລນິນ, ພູ ກາກມາກ, ຖ້ຳປ໊າກບໍ໊ ງົດງາມທີ່ສຸດເຊິ່ງລ້ວນແຕ່ແມ່ນບັນດາສະຖານທີ່ປະຫວັດສາດຕິດພັນກັບການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ. ສະຖານທີ່ຕິດພັນກັບປະຫວັດສາດປະຕິວັດດັ່ງນັ້ນເມື່ອມາແຫ່ງນີ້ກໍ່ເຫັນວ່າມີສິ່ງໃດທີ່ແຮງກ້າໃນຫົວໃຈຂອງຕົນ ກ່ຽວກັບການສຶກສາອົບຮົມປະຕິວັດ. ແຫ່ງນີ້ແມ່ນສະຖານທີ່ແດງປະຕິວັດ, ແມ່ນແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ກັບຄືນມາເຮັດວຽກພາຍຫຼັງພຳໜັກຢູ່ຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດເປັນເວລາກວ່າ 30 ປີ”.

    ກຸ່ມຮ່ອງຮອຍສະຖານ ກີມດົ່ງ ແມ່ນສ່ວນໜຶ່ງທີ່ສຳຄັນຂອງເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊. ສຸສານ ກີມດົ່ງ ນອນຢູ່ຕີນພູ ແຕ້ວລ່າຍ ຂຶ້ນກັບບ້ານ ນ່າມ່າ. ກິມດົ່ງ ແມ່ນຊາວເຜົ່າ ໄຕ່ ຊື່ແທ້ ນົງວັນເຢ່ນ. ກີມດົ່ງ ເຮັດໜ້າທີ່ຕິດຕໍ່ສື່ສານພ້ອມທັງຮັບ ແລະ ສົ່ງກຳລັງ ຫວຽດມິງ ແລະ ສົ່ງຈົດໝາຍ. ກີມດົ່ງ ເສຍສະຫຼະຊີວິດໃນເວລາປະຕິບັດໜ້າທີ່ຢູ່ແຄມຫ້ວຍ ເລນິນ ໃນວັນທີ 15 ກຸມພາ ປີ 1943 ຄາວນັ້ນມີອາຍຸພຽງ 14 ປີ. ເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ໃນແຂວງ ກາວບັ່ງ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ເຊິ່ງບໍ່ພຽງແຕ່ແມ່ນບ່ອນມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານສວຍສົດງົດງາມເທົ່ານັ້ນ,  ຫາກຍັງແມ່ນແຫ່ງຕິດພັນກັບການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ແລະ ສູນກາງພັກຄອມມູນິດ ຫວຽດນາມ ໄລຍະ 1941 – 1945

ຕອບກັບ

ຂ່າວ/ບົດ​ອື່ນ