ເຂດຮ່ອງຮອຍສະຖານ ບັກເຊິນ - ຄວາມເອກອ້າງທະນົງໃຈ ຂອງຊາວແຂວງ ລ້າງເຊີນ

(VOVWORLD) -ການລຸກຮື້ຂຶ້ນ ບັກເຊີນ ເມື່ອວັນທີ 27 ກັນຍາ ປີ 1940 ແມ່ນມີຄວາມໝາຍອັນໃຫຍ່ຫຼວງຕໍ່ປະຫວັດສາດຂອງຊາດ ຫວຽດນາມ, ແມ່ນສັນຍາລັກອັນໃສແຈ້ງຂອງນ້ຳໃຈຮັກຊາດ, ເຈດຈຳນົງອັນອົງອາດກ້າແກ່ນຂອງກອງທັບ ແລະ ປະຊາຊົນເມືອງ ບັກເຊີນ ເວົ້າສະເພາະ ແລະ ກອງປະທັບ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ. ປັດຈຸບັນເຂດຮ່ອງຮອຍສະຖານປະຫວັດສາດລຸກຮື້ຂຶ້ນ ບັກເຊີນ ໄດ້ຮັບການຈັດອັນດັບຈາກນາຍົກລັດຖະມົນຕີ ແມ່ນຮ່ອງຮອຍສະຖານລະດັບຊາດພິເສດປີ 2016. ໃນທຸກວັນນີ້ເຂດຮ່ອງຮອຍສະຖານປະຫວັດສາດລຸກຮື້ຂຶ້ນບັກເຊີນ ແມ່ນຫໍພິພິທະພັນທີ່ມີຊີວິດຊີວາ ເກັບຮັກສາບັນດາວັດຖຸພັນຕິດພັນກັບການລຸກຮື້ຂຶ້ນ ບັກເຊີນ
ເຂດຮ່ອງຮອຍສະຖານ ບັກເຊິນ - ຄວາມເອກອ້າງທະນົງໃຈ ຂອງຊາວແຂວງ ລ້າງເຊີນ - ảnh 1ເຂດຮ່ອງຮອຍສະຖານລຸກຮື້ຂຶ້ນ ບັກເຊີນ

     ເຂດຮ່ອງຮອຍສະຖານລຸກຮື້ຂຶ້ນ ບັກເຊີນ ມີຄຸນຄ່າປະຫວັດສາດອັນພົ້ນເດັ່ນ ແລະ ສຳຄັນໃນລະບົບບັນດາຮ່ອງຮອຍສະຖານປະຫວັດສາດ ການທະຫານປະຕິບັດ ຫວຽດນາມ ເປັນຂີດໝາຍບັນດາເຫດການທີ່ມີຄວາມໝາຍພິເສດຄືວິວັດການຮັບເອົາແນວທາງປະຕິວັດ ແລະ ການກຳເນີດຂອງໜ່ວຍພັກທຳອິດຢູ່ ບັກເຊີນ; ຂະບວນການຕໍ່ສູ້ທວງເອົາສິດມີຊີວິດ, ປະຊາທິປະໄຕ ແລະ ການສ້າງຕັ້ງອົງຄະນະພັກເມືອງ ບັກເຊີນ; ການລຸກຮື້ຂຶ້ນ ບັກເຊີນ ເລີ່ມຕົ້ນຂະບວນການຕໍ່ສູ້ປະຕິວັດໃນທົ່ວປະເທດ; ການສ້າງຕັ້ງຖານທີ່ໝັ້ນກອງຫຼອນ ບັກເຊີນ; ການສ້າງຕັ້ງແນວໂຮມ ຫວຽດມິງ ສ້າງຕັ້ງກຳລັງກະກຽມລຸກຮື້ຂຶ້ນ; ການກຳເນີດຂອງກອງທະຫານ ບັກເຊີນກູ້ຊາດຢູ່ຖານທີ່ໝັ້ນ ບັກເຊີນ… ທ່ານນາງ ເຢືອງຮົ່ງແຮ້ງ ຮອງຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງບັກເຊີນ ໃຫ້ຮູ້ວ່າ:

     “ໃນການຕໍ່ຕ້ານຕ້ານ ຝຣັ່ງ, ພໍ່ແມ່ພີ່ນ້ອງບັນດາເຜົ່າເມືອງ ບັກເຊີນ ຍາມໃດກໍ່ສາມັກຄີກັນປະກອບສ່ວນທາງດ້ານກຳລັງຄົນ ແລະ ວັດຖຸພື້ນຖານວັດຖຸໃຫ້ແກ່ຂະບວນການປະຕິວັດ ກໍ່ຄືປະກອບສ່ວນເຂົ້າໃນກິດຈະການປົດປ່ອຍປະເທດຊາດບ້ານເກີດເມືອງນອນ”.

     ເຂດຮ່ອງຮອຍສະຖານລຸກຮື້ຂຶ້ນບັກເຊີນ ແມ່ນເຂດປອດໄພເປັນບ່ອນລ້ຽງດູ ແລະ ຊຸກເຊື່ອງປ້ອງກັນບັນດາສຳນັກງານ, ພະນັກງານຂັ້ນສູງຂອງສູນກາງພັກ, ຄະນະພັກພາກເໜືອ ໃນໄລຍະເຄື່ອນໄຫວປະຕິວັດຢູ່ບັກເຊີນ, ແມ່ນບ່ອນຕັ້ງສະຖານນີຕິດຕໍ່ສື່ສານລະຫວ່າງສູນກາງພັກ ກັບຄະນະພັກພາກເໜືອ ພ້ອມກັບບັນດາບໍລິເວນອື່ນໆ ແລະ ແມ່ນແຫ່ງສະໜອງເອກະສານໃຫ້ແກ່ວຽກງານຝຶກອົບຮົມພະນັກງານປະຕິວັດຂອງພັກ. ເຂດບັກເຊີນ ມີຮ່ອງຮອຍສະຖານ 12 ແຫ່ງ ໃນນັ້ນຮ່ອງຮອຍສະຖານ ສາລານົງລຸກ ຕາແສງ ນົງຫວູ ແມ່ນບ່ອນດຳເນີນການປະຊຸມຕົກລົງຈຸດເວລາດຳເນີນການລຸກຮື້ຂຶ້ນ ບັກເຊີນ. ຫ່າງຈາກນັ້ນບໍ່ໄກ ແມ່ນຮ່ອງຮອຍສະຖານປ້ອມ ມໍ່ຍ່າຍ ແຫ່ງທີ່ກຳລັງລຸກຮື້ນຂຶ້ນໄດ້ບຸກໂຈມຕີໃນຄ່ຳຄືນວັນທີ 27 ກັນຍາ ປີ 1940. ນາງ ຮວ່າງທິຈິງ ພະນັກງານວັດທະນະທຳຕາແສງ ຮຶງຫວູ ເມືອງ ບັກເຊີນ ໃຫ້ຮູ້ວ່າ:

     “ເມື່ອຢືນຢູ່ປ້ອມ ມໍ່ຍ່າຍ, ກອງທັບ ຝຣັ່ງ ສາມາດສັງເກດເຫັນບໍລິເວນທີ່ກວ້າງໃຫຍ່ຢູ່ອ້ອມແອ້ມລວມມີຕາແສງ ເຈົາຫວູ, ຫວູລັງ,ບັກເຊີນ ແລະ ເຈິ໊ນອຽນ. ປ້ອມຖືກຕັ້ງບົນເສັ້ນທາງທີ່ສຳຄັນຈາກ ບັກເຊີນ ໄປຍັງຫຼາຍຕາແສງ, ຍ້ອນປ້ອມຖືກຕັ້ງຢູ່ທີ່ຕັ້ງພິເສດນີ້ ດັ່ງນັ້ນກໍ່ມີເງື່ອນໄຂສະດວກໃຫ້ແກ່ການຄວບຄຸມການເຄື່ອນໄຫວຂອງທົ່ວເຂດ ບັກເຊີນ”.

      ຢູ່ເຂດຮ່ອງຮອຍສະຖານ ຄວາຍນ້ອຍ ນອນຢູ່ເຂດປ່າ ເຕິມເຕົ໊າ ຖືກອ້ອມຮອບໄປດ້ວຍສາຍພູສູງ ແລະ ພຶກສາຊາດຫຼາຍຊັ້ນທີ່ອຸດົມສົມບູນຫຼາຍຮູບຫຼາຍສີ. ນີ້ແມ່ນແຫ່ງສ້າງຕັ້ງ ແລະ ເປັນບໍລິເວນເຄື່ອນໄຫວປິດລັບຂອງກອງກຳລັງບັກເຊີນ ກູ້ຊາດ. ນາງ ຮ່າທິເຟືອງ ພະນັງການວັດທະນະທຳຕາແສງ ຫວູເລ໊ ເມືອງ ບັກເຊີນ ໃຫ້ຮູ້ວ່າ:

     “ຢູ່ທີ່ນີ້ ສະຫາຍ ຮວ່າງວັນທຸ ໄດ້ມອບທຸງແດງດາວຄຳ ໂດຍສະມາຄົມແມ່ຍິງຄັດຄ້ານຈັກກະພັດ ຮ່າໂນ້ຍ ທັກແສ່ວ ມອບໃຫ້ກອງກຳລັງ ບັກເຊີນ ກູ້ຊາດ.”

       ປັດຈຸບັນບັນດາວັດຖຸພັນ ເອກະສານທີ່ກ່ຽວຂ້ອງເຖິງການລຸກຮື້ຂຶ້ນ ບັກເຊີນ ໄດ້ຖືກເກັບຮັກສາ ແລະ ວາງສະແດງຢູ່ຫໍພິພິທະພັນລຸກຮື້ຂຶ້ນ ບັກເຊີນ ແລະ ຫໍວາງສະແດງມູນເຊື້ອໂຮງຮຽນ ຫວູລັງ. ໃນນັ້ນຫໍພິພິທະພັນລຸກຮື້ຂຶ້ນ ບັກເຊີນ ພວມເກັບຮັກສາວັດຖຸພັນທີ່ມີຄ່າຫຼາຍກວ່າ 110 ຢ່າງ ຄື ອາວຸດທີ່ຊາວ ບັກເຊີນ ໄດ້ນຳໃຊ້ໃນການເຂົ້າຮ່ວມລຸກຮື້ຂຶ້ນ; ເຄື່ອງໃຊ້ຂອງປະຊາຊົນທີ່ໄດ້ນຳໃຊ້ໃນຊຸມເດືອນປີ ລ້ຽງດູ ຊຸກເຊື່ອງພະນັກງານເຄື່ອນໄຫວປະຕິວັດ, ພິເສດຢູ່ແຫ່ງນີ້ຍັງເກັບຮັກສາບັນດາວັດຖຸພັນທີ່ມີຄ່າ ກ່ຽວຂ້ອງເຖິງຊີວິດການເຄື່ອນໄຫວຂອງບັນດາຜູ້ນຳລຸ້ນກ່ອນຂອງພັກ ໃນໄລຍະຢູ່ ບັກເຊີນ ຄື ສະຫາຍ ຮວ່າງວັນທຸ, ເຈືຶ່ອງຈິງ, ຮວ່າງກວັກຫວຽດ…                    

      ໃນວັນນີ້ເມື່ອໄປຮອດ ບັກເຊີນ ແຂກທ່ອງທ່ຽວຍັງສາມາດເຫັນໄດ້ເຖິງບັນຍາກາດຊຸມວັນເດືອນປີແຫ່ງການຕໍ່ສູ້ຢ່າງດຸເດືອດຂອງກອງທັບ ແລະ ປະຊາຊົນບັກເຊີນໃນ 80 ປີກ່ອນນີ. ບັນດາຮ່ອງຮອຍສະຖານປະຫວັດສາດຢູ່ັບັກເຊີນ ແມ່ນຄວາມເອກອ້າງທທະນົງໃຈຂອງຊາວແຂວງ ລ້າງເຊີນ ເວົ້າສະເພາະ ແລະ ຊາວ ຫວຽດນາມເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ