ຕະຫຼາດມືດ, ຈຸດວັດທະນະທຳເຂດພູພຽງ

ຢູ່​ນະ​ຄອນ​ດາຫຼາດ, ແຂວງ​ເລີມ​ດົງຊຶ່ງ​ແມ່ນດິນ​ແດນ​ແຫ່ງມວນ​ມາ​ລາຫຼາກຫຼາຍ​ ສີ​ສັນ, ເມື່ອ​ນ້ຳ​ໝອກ​ລົງ​ມາ​ຍາມ​ຄ່ຳ​ຄືນ, ຜູ້​ຄົນ​ໄປ​ມາ​ຢູ່​ຕາມ​ທ້ອງ​ຖະ​ໜົນ​ຄ່ອຍຫຼຸດ​ໜ້ອຍ​ລົງນັ້ນ, ແຕ່​ກໍ​ມີ​ແຫ່ງ​ໜຶ່ງ​ພັດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂຶ້​ນ, ນັ້ນ​ແມ່ນ​ຕະຫຼາດ​ມືດ​ດາຫຼາດ. ແຕ່​ດົນ​ນານ​ມາ​ແລ້ວ, ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ດາຫຼາດ, ກໍ​ມັກ​ໄປຕະຫຼາດ​ມືດ​ດາຫຼາດທີ່​ສຸດ. ເຂົາ​ເຈົ້າ​ໄປ ຕະຫຼາດ​ມືດ​ດາຫຼາດ​ບໍ່​ພຽງ​ແຕ່​ເພື່ອ​ຊື້​ຂອງ​ທີ່​ລະ​ນຶກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໄດ້ຊອກ​ຮູ້​ກ່ຽວ​ກັບຈຸດ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ທ້ອງ​ຖິ່ນ.

ຕະຫຼາດມືດ, ຈຸດວັດທະນະທຳເຂດພູພຽງ - ảnh 1
ຕະຫຼາດມືດ, ຈຸດ​ວັດ​ທະ​ນະ​ທຳ​ເຂດ​ພູ​ພຽງ
(baolamdong)

         ເດີນ​ຕາມ​ເສັ້ນ​ທາງ​ພາ​ໄປ​ເຖິງ​ໃຈ​ກາງ​ນະ​ຄອນ​ດາຫຼາດ, ​ຜ່ານ​ຂົວ​ຕັ້ງ​ຂ້າມໜອງ ຊວນ​ເຮືອງ ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ ແລະ ຖະ​ໜົນ ຫງວຽນ​ທິ​ມິນ​ຄາຍ ທີ່​ແຈ້ງ​ສະ​ຫວ່າງ​ດ້ວຍ​ລະ​ບົບ​ໄຟ​ເຍື່ອງ​ທາງ ກໍ​ຈະ​ຮອດ​ຄຸ້ມ​ຕະຫຼາດ​ມືດ​ດາຫຼາດທີ່​ພວມ​ຄຶກ​ຄື້ນ​ມ່ວນ​ຊື່ນ. ເມື່ອ​ເຂົ້າ​ມາ​ຕະຫຼາດ​ແຫ່ງນີ້, ເຫັນ​ວ່າບໍ່​ມີ​ໃຜ​ໄປ​ຄົນ​ດຽວ, ສ່ວນຫຼາຍ​ມັກ​ໄປ​ເປັນ​ຄູ່, ເປັນ​ກຸ່ມ​ປະ​ມານ 5-6 ຄົນ. ເຂົາ​ເຈົ້າ​ມາ​ຕະຫຼາດ​ແຫ່ງນີ້, ສ່ວນຫຼາຍ​ມັກ​ຊອກ​ຊື້​ເຄື່ອງ​ນຸ່ງ, ພືກ​ຜັກ, ດອກ​ໄມ້​ຊະ​ນິດ​ຕ່າງໆ, ຫຼື​ກິນ​ອາ​ຫານ​ຄ່ຳ, ບໍ່​ວ່າ​ເຍື່ອງ​ໃດ​ກໍ​ມີ​ລົດ​ຊາດ​ພິ​ເສດ​ສະ​ເພາະ​ຂອງ​ໃຜ​ຂອງ​ມັນ. ນາງ ຮ່າ​ຢ້ຽມ​ມີ ຢູ່​ເມືອງ ຖູ​ດຶກ, ນະ​ຄອນ​ໂຮ່​ຈິ​ມິນ ພ້ອມ​ດ້ວຍ​ຄອບ​ຄົວ​ໄປ​ທ່ອງ​ທ່ຽວ​ຢູ່​ດາຫຼາດ​ໃນ​ຍາມ​ພັກ​ການ​ທ້າຍ​ອາ​ທິດ ໃຫ້​ຮູ້​ວ່າ :

    “ ແຕ່​ລະ​ເທື່ອ​ເມື່ອ​ມາ​ຢ້ຽມ​ຢາມ​ດາຫຼາດ, ຂ້າ​ພະ​ເຈົ້າກໍ​ລ້ວນ​ແຕ່​ໄດ້ໄປ ຕະຫຼາດ​ມືດ​ດາຫຼາດ, ເພາະ​ມັນ​ມີ​ອັນ​ໃດ​ອັນ​ໜຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ນະ​ຄ​ອນ​ດາຫຼາດ. ມາ​ຕະຫຼາດ​ແຫ່ງນີ້, ຂ້າ​ພະ​ເຈົ້າ​ມັກ​ຊື້​ເຄື່ອງ​ທີ່​ລະ​ນຶກ. ແລ້ວ​ກໍ​ມັກ​ຊື້​ພືດຜັດ, ດອກ​ໄມ້​ເມືອ​ເປັນ​ຂອງ​ຕ້ອນ​ໝູ່​ເພື່ອນ ແລະ ຍາດ​ຕິ​ພີ​ນ້ອງ​ໃນ​ຄອບ​ຄົວ ”

     ສ່ວນ​ທ້າວ ຝ້າມ​ບິກ​ຢີ ແຂກ​ທ່ອ​ງ​ທ່ຽວ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ເປີດ​ເຜີຍ​ວ່າ : 

     “ ນ້ອງ​ມາ​ທ່ອງ​ທ່ຽວ​ຢູ່​ດາຫຼາດ​ເປັນ​ເທື່ອ​ທີ 4 ແລ້ວ, ​ເມື່ອ​ມາ​ດາຫຼາດແຕ່​ລະ​ເທື່ອ, ນ້ອງ​ກໍ​ມີ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ ແລະ ມີ​ສິ່ງ​ດຶງ​ດູດ​ໃຈ​ເຮົາ. ນອກ​ຈາກ​ເຄື່ອງ​ທີ່​ລະ​ນຶກ​ແລ້ວ, ພວກ​ນ້ອງ​ມັກ​ຊື້​ອາ​ຫານ​ພິ​ເສດ​ຢູ່​ດາຫຼາດ​ຄື : ກວນ​ໝາກ​ໄມ້, ນ້ຳໝາກ​ໄມ້ …”

     ເຖິງວ່າ​ແມ່ນ​ເຂດ​ພູ​ພຽງ​ກໍ​ຕາມ, ແຕ່ຕະຫຼາດ​ມືດ​ດາຫຼາດກໍ​ຍັງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຍ້ອນ​ມີ​ບັນ​ດາ​ເຍື່ອງ​ອາ​ຫານ​ທະ​ເລ. ອາ​ຫານ​ທະ​ເລ​​ຢູ່ນີ້​ໄດ້​ຮັບ​ການປຸງ​ແຕ່ງເປັນຫຼາຍ​ເຍື່ອງ​ທີ່​ອຸ​ດົມ​ສົມ​ບູນ, ລາ​ຄາ​ກໍ​ເໝາະ​ສົມ ແລະ ແຊບ​ທີ່​ສຸດ. ອ້ານ​ຫງວຽນ​ດຶກ​ຕີງ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາ​ກ​ແຂວງ ວິ້ງ​ຟຸກ ແບ່ງ​ປັນ​ວ່າ : 

    “ຕະຫຼາດ​ມືດ​ດາຫຼາດມີຫຼາຍ​ເຍື່ອງ​ອາ​ຫານ​ປະ​ເພດ​ຈຸ່ມ​ທີ່​ແຊບ​ທີ່​ສຸດ. ນອກ​ຈາກນັ້ນ​ແລ້ວ ກໍ​ຍັງ​ມີ​ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ພາກ​ເໜືອ, ພາກ​ກາງ. ອາ​ກາດຢູ່​ດາຫຼາດແມ່ນ​ດີ​ທີ່​ສຸດ ເຮັດ​ໃຫ້​ຄົນ​ເຮົາ​ຮູ້​ສຶກ​ສະ​ບາຍ​ໃຈ, ເມື່ອ​ໄດ້​ກິນ​ອາ​ຫານ​ປີ້ງ​ຂອງ​ດາຫຼາດ​ກໍ​ເຫັນ​ວ່າ ແຊບ​ທີ່​ສຸດ, ສຳ​ລັບ​ເຫຼົ້າ ກໍ​ພິ​ເສດ​ທີ່​ສຸດ, ມີຫຼາຍ​ຊະ​ນິດ ”

     ສຳ​ລັບ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ຢູ່ ຕະຫຼາດ​ມືດ​ດາຫຼາດ​ກໍ​ມີຫຼາຍ​ຮູບຫຼາຍ​ສີ ແລະ ອຸ​ດົມ​ສົມ​ບູນ, ລາ​ຄາ​ຂາຍ​ກໍ​ເໝາະ​ສົມ, ໂດ​ຍ​ສະ​ເພາະ​ແມ່ນ​ຜູ້​ຂາຍ​ເຄື່ອງ ຍາມ​ໃດ​ກໍ​ຮັບ​ໃຊ້​ລູກ​ຄ້າ​ຢ່າງ​ສຸດ​ໃຈ. ນີ້​ແມ່ນ​​ທຸກສິ່ງທີ່​ຊາວ​ດາຫຼາດ​ພວມ​ມຸ່ງ​ໄປ​ເຖິງ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ພ້ອມ​ກັນ​ນັ້ນ, ກໍ​ສ້າງ​ເງື່ອນ​ໄຂ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ພວກ​ພໍ່​ຄ້າ, ແມ່​ຄ້າ​ຊາວ​ຂາຍທຳ​ມາ​ຄ້າ​ຂາຍ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ນີ້​ກໍ​ແມ່ນ​ສິ່ງ​ທີ່​ອຳ​ນາດ​ການ​ປົກ​ຄອງ​ດາຫຼາດ​ພວມ​ປະ​ຕິ​ບັດ​ເປັນ​ຢ່າງ​ດີທີ່​ສຸດ. ນາງ ເລ​ທິ​ຮົ່ງ​ຍຸງ ເຈົ້າ​ຂອງ​ຮ້ານ​ຄ້າ ເຮືອນ​ເລກ​ທີ 35 A ຖະ​ໜົນ​ຫງວຽ​ທີ​ມິນ​ຄາຍ ໃນ​ຄຸ້ມ ຕະຫຼາດ​ມືດ​ດາຫຼາດ ໃຫ້​ຮູ້ວ​່າ :

     “ ທາງ​ອຳ​ນາດ​ການ​ປ​ົກ​ຄອງ, ຍາມ​ໃດ​ກໍ​ຫ​ນູນ​ຊ່ວຍ, ສົ່ງ​ເສີມ​ຂາວ​ທ້ອງ​ຖິ່ນ​ຂາຍ​ເຄື່ອງ​ທີ່​ມີ​ຄຸນ​ນະ​ພາບ, ເປີດ​ກ້​ວາງ​ປະ​ເພ​ດ​ສິນ​ຄ້​າ​ໃຫ້​ອຸ​ດົມ​ສົມ​ບູນ. ຂ້າ​ພະ​ເຈົ້າ​ຂາຍ​ສິນ​ຄ້າ​ບັນ​ດາ​ປະ​ເພດ​ພິ​ເສດ​ຂອງ​ດາຫຼາດ​ເຊັ່ນ: ພືດ​ຜັກ, ໝາກ​ໄມ້, ກວນ​ໝາກ​ໄມ້, ກາ​ເຟ, ຊາ ອາ​ຕີ​ໂຊ… ສິນ​ຄ້າ​ທັງ​ໝົດ​ນັ້ນ ກໍ​ລ້ວນ​ແຕ່​ຖືກ​ຜະ​ລິດ​ຢູ່​ທ້ອງ​ຖິ່ນ. ໂດຍ​ເປັນ​ປົກ​ກະ​ຕິ​ແລ້ວ, ແຂກ​ທ່ອງ​ທ່ຽວ​ສ່ວນຫຼາຍມັກ​ໄປຕະຫຼາດ​ມືດ​ດາຫຼາດຍາມ​ຄ່ຳ​ຄືນ, ສ່ວນ​ຊາວ​ດາຫຼາດ ກ​ໍໄປຕະຫຼາດ​ແຫ່ງນີ້​ໃນ​ທຸກ​ເວ​ລາ”

     ໂດຍ​ໄດ້​ຮັບ​ໃຊ້​ທຸກໆ​ວັນ​ໃນ​ອາ​ທິດ, ຕະຫຼາດ​ມືດ​ດາຫຼາດນັບ​ມື້​ນັບ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ່າງຫຼວງຫຼາຍ. ໄປ ຕະຫຼາດ​ມືດ​ດາຫຼາດ ບໍ່​ພຽງ​ແຕ່​ເພື່ອ​ຍ່າງ​ເລາະຫຼິ້​ນ ແລະ ຊື້​ເຄື່ອງ​ເທົ່າ​ນັ້ນ, ແຂກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ໄດ້​ຊິມ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຢູ່ຕະຫຼາດ​ມືດ​ດາຫຼາດ​ອີກ​ດ້ວຍ. ເມື່ອ​ລາ​ອອກ​ຈາກນະ​ຄອນ​ດາຫຼາດ, ເບິ່ງ​ຄື​ວ່າ​ແຂກ​ທ່ອງ​ທ່ຽວບໍ່​ວ່າ​ຄົນ​ໃດ​ກໍ​ລ້ວນ​ແຕ່​ໄດ້​ຊື້​ເອົາ​ເຄື່ອງທີ່​ລະ​ນຶກ​ໃຫ້​ແກ່​ຕົນ. ແຕ່​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ແມ່ນ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ສະ​ໜິດ​ສະ​ໜົມ ​ຮັກ​ແພງ​ແຂກຂອງ​ປະ​ຊາ​ຊົນ​ຢູ່​ດິນ​ແດນ​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ