ຈອມພູ ປູຕາແລງ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ

(VOVWORLD) -ຈອມພູ ປູຕາແລງ ຂອງສາຍພູ ຮວ່າງລຽນເຊີນຂຶ້ນກັບຕາແສງ ໂຮເທົ່າ ເມືອງ ຕາມເດື່ອງ ແຂວງ ລາຍເຈົາ ຖືກຂະໜານນາມວ່າ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອທ່ຽວສວຍງາມທີ່ສຸດໃນກຸ່ມ 10 ຈອມພູສູງສຸດຂອງ ຫວຽດນາມ. ດ້ວຍຄວາມສູງ 3.000 ກວ່າແມັດ ເມື່ອທຽບໃສ່ໜ້ານ້ຳທະເລ. ຈອມພູ ປູຕາແລງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທຽວທັງຫຼາຍ
ຈອມພູ ປູຕາແລງ  - ສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ - ảnh 1ແສງອະລຸນໃໝ່ຢູ່ຈອມພູປູຕາແລງ

    ປູຕາແລງ ຂຶ້ນກັບຕາແສງ ຕາແລງ ໃນເມືອງ ຕາມເດື່ອງ ແຂວງ ລາຍເຈົາ ຫ່າງຈາກນະຄອນ ລາຍເຈົາ ປະມານ 20 ກິໂລແມັດ. ໃນຊ່ວງເວລາເດືອນ ມີມາ ແຕ່ລະປີລຽບຕາມເສັ້ນທາງດິນຂຶ້ນພູແຂກທ່ອງທ່ຽວທີ່ມາຈາກທຸກເຂດແຄວ້ນໃນທົ່ວປະເທດ ຈະໄດ້ເຫັນປະຈັກຕາຄວາມງາມຂອງດອກໄມ້ນາໆຊະນິດຢູ່ເຂດພູຜາປ່າໄມ້ ເຕິຍບັກ, ແຕ່ຢູ່ ປູຕາແລງ ພົ້ນເດັ່ນຂຶ້ນແມ່ນດອກ ໂຣໂດແດນ ສີມ່ວງປະສົມກັບສີບົວ. ຕົ້ນ ໂຣໂດແດນ ສາມາດສູງເຖິງ 7 ແມັດ. ນາງ ຫງວຽນທິຖຸຍ ແຂກທ່ອງທ່ຽວມາຈາກແຂວງ ບັກຢາງ ໃຫ້ຮູ້ວ່າ  ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວຄົ້ນຫາຈອມພູ ປູຕາແລງ ໃນຍາມດອກ ໂຣໂດແດນບານສະພັ່ງ ກໍ່ເປັນການຄົ້ນຫາທີ່ປະທັບໃຈຢ່າງແທ້ຈິງ. ການເດີນທາງຂຶ້ນລົງພູບໍ່ພຽງແຕ່ໄດ້ຮັບຊົມຄວາມງາມຂອງພູຜາປ່າໄມ້ທີ່ຮົກເຮື້ອເທົ່ານັ້ນ ແຕ່ເມື່ອຂຶ້ນເຖິງຈອມພູສູງທີສາມຂອງ ຫວຽດນາມນັັ້ນ, ຄວາມອິດເມື່ອຍ ຄວາມເປັນຫ່ວງເປັນໃຍທຸກຢ່າງໃນການດຳລົງຊີວິດເບິ່ງຄືວ່າໄດ້ຫາຍໄປ. ນາງ ຖຸຍ ເວົ້າວ່າ:

   “ເສັ້ນທາງພູຢູ່ທີ່ນີ້ ແມ່ນໄປຍາກທີ່ສຸດ ແຕ່ເຮົາມັກໄດ້ພິຊິດມັນ. ລະດູດອກ ໂຣໂດແດນ ບານສະພັງ ທຸກໆຄົນຈົ່ງມານີ້ ແລະ ພ້ອມກັນຮັບຊົມຄວາມງາມຂອງດອກໄມ້ຊະນິດນີ້”. 

ເພື່ອຂຶ້ນໄປຮອດຈອມພູ ປູຕາແລງ ເພື່ອຮັບຊົມດອກໄມ້, ແຂກທ່ອງທ່ຽວຕ້ອງຜ່ານບັນດາເນື້ອທີ່ປ່າດົງດິບ ດ້ວຍຕົ້ນໄມ້ໃຫຍ່ມີອາຍຸນັບ 100 ປີ ຕ້ອງຜ່ານເສັ້ນທາງດິນທີ່ທຸລະກັນດານ ຕ້ອງຜ່ານເຫວເລິກສູງຊັນ. ອ້າຍ ບຸ່ຍຈຸງກຽນ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ ເຖິງວ່າຕ້ອງຜ່ານເສັ້ນທາງທຸລະກັນດານດ້ວຍຄວາມອິດເມື່ອຍກໍ່ຕາມ ແຕ່ວ່າແຂກທ່ອງທ່ຽວຈະໄດ້ຮັບຊົມທິວທັດທຳມະຊາດທີ່ຮົກເຮື້ອໃຫຍ່ໂຕມະໂຫຖານຂອງພູຜາປ່າໄມ້ ແລະ ໄດ້ເຊື່ອມຕົວເຂົ້າກັບກຸ່ມເມກເລື່ອນລອຍ.  ຕ້ອງປິນພູເປັນເວລາເກືອບມື້ໜຶ່ງຈຶ່ງຈະຮອດສະຖານທີ່ຮັບຊົມດອກໄມ້. ບັນດາພວງດອກ ໂຣໂດແດນ ຫຼາກຫຼາຍສີສັນໄດ້ປາກົດຕົວໃນສາຍຕາຄືດັ່ງນຳແຂກທ່ອງທ່ຽວກ້າວເຂົ້າສູ່ໂລກແດນສະຫວັນ. ອ້າຍ ກຽນ ເວົ້າວ່າ:

  “ເຮົາສາມາດພິຊິດໄດ້ຈອມພູ ປູຕາແລງ. ທິວທັດຢູ່ທີ່ນີ້ງົດງາມທີ່ສຸດ. ປ່າດົງດິບ ແລະ ດອກ ໂຣໂດແດນ ແມ່ນສວຍງາມເຖິງລະດັບສຸດຍອດ”.

ເຂດພູຜາປ່າໄມ້ ປູຕາແລງ ແມ່ນແຫ່ງທີ່ມີດິນຟ້າອາກາດຮ້າຍແຮງ ເກືອບຄືວ່າ ມີກຸ່ມເມກປົກຄຸມຕະຫຼອດປີ, ແຕ່ ປູຕາແລງ ໄດ້ເຮັດໃຫ້ນັກທ່ອງທ່ຽວພະຈົນໄພຫຼົງໄຫຼດ້ວຍຄວາມງາມຂອງດອກ ໂຣໂດແດນ ຫຼາກຫຼາຍສີສັນ ແລະ ຫ້ວຍນ້ຳສວຍງາມເປັນໜ້າຈັບໃຈ.  ແຕ່ເດືອນ ຕຸລາ ຫາເດືອນ ທັນວາ ເຂດປ່າດົງດິບຖືກປົກຄຸມໄປດ້ວຍສີແດງຂອງໃບໄມ້ທີ່ງົດງາມ. ທ່ານ ຮວ່າງກວັກຫວຽດ ສັງກັດບໍລິສັດການຄ້າ ແລະ ທ່ອງທ່ຽວ  PU ລາຍເຈົາຈຳກັດໃຫ້ຮູ້ວ່າ:

 “ໃນການທ່ອງທ່ຽວປິນພູກໍ່ສາມາດຄົ້ນຫາໄດ້ຫຼາຍຢ່າງນັ້ນແມ່ນການຄົ້ນຫານທີ່ເກີນຂອບເຂດຂອງຕົນເອງ, ໄດ້ຄົ້ນຫາບັນດາສິ່ງທີ່ລຶກລັບ, ໄດ້ຄົ້ນຫາສິ່ງທີ່ແຕ່ລະຄົນເອງເມື່ອມາມາດຂຶ້ນພູ ຈຶ່ງຈະເຫັນໄດ້ເຖິງຄວາມສາມາດການຈຳກັດຂອງຕົນເອງ. ທີສອງ ແມ່ນໄດ້ຊ່ວຍພວກເຮົາກັບຄືນສູ່ທຳມະຊາດ ໄດ້ເຊື່ອມຕົວເຂົ້າກັບພູຜາປ່າໄມ້”.

 ມາຮອດ ປູຕາແລງ ໄດ້ຮັບຊົມດອກ ໂຣໂດແດນ ບານສະພັ່ງພ້ອມກັບດອກໄມ້ຊະນິດອື່ນໆນັບຮ້ອຍຊະນິດພວມເອຄວາມງາມຢູ່ເຂດປ່າດົງດິບ ແລະ ຫ້ວຍນ້ຳງົດງາມເປັນໜ້າຈັບໃຈ,ບໍ່ວ່າຜູ້ໃດກໍ່ຈະຮູ້ສຶກພາກພູມໃຈ ຈາກນັ້ນປຽບເໝືອນໄດ້ຮັບພະລັງງານທີ່ດີໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ