ໝູ່ກັງຈ໋າຍ ຍາມນ້ຳຖ້ວມ - ພາບຈິດຕະກຳຢູ່ເຂດພູສູງ ເຕິຍບັກ

(VOVWORLD) -ໃນໂອກາດເດືອນ ພຶດສະພາ ແລະ ມິຖຸນາໃນແຕ່ລະປີທັດຊະນີຍະພາບນາຂັ້ນໄດຢູ່ເມືອງ ໝູ່ກັງຈ໋າຍ ແຂວງ ອຽນບ໊າຍ ປຽບເໝືອນພາບຈິດຕະກຳ. ນັ້ນແມ່ນໃນຂະນະທີ່ຊາວເຜົ່າມົ້ງໄດ້ເອົານ້ຳໄຫຼສູ່ບັນດາເນື້ອທີ່ນາຂັ້ນໄດ ອັນໄດ້ເຮັດໃຫ້ເນື້ອທີ່ນາປຽບເໝືອນແວ່ນແຍງທີ່ຍັກໃຫຍ່ ສໍ່ສະແດງໃຫ້ເຫັນຮູບພາບເມກທ້ອງຟ້າພູຜາປ່່າໄມ້ທີ່ງົດງາມ
ໝູ່ກັງຈ໋າຍ ຍາມນ້ຳຖ້ວມ - ພາບຈິດຕະກຳຢູ່ເຂດພູສູງ ເຕິຍບັກ - ảnh 1ທັດສະນີຍະພາບນາຂັ້ນໄດຢູ່ເມືອງ ໝູ່ກັງຈ໋າຍ ຍາມນ້ຳຖ້ວມ

    ລະດູນ້ຳຖ້ວມເລີ່ມແຕ່ຕົ້ນເດືອນ ພຶດສະພາ ຫາ ຕົ້ນເດືອນ ມິຖຸນາ ຂະນະທີ່ໄດ້ເລີ່ມເກີດຝົນຕົກໜັກ ພໍ່ແມ່ພີ່ນ້ອງເຜົ່າມົ້ງໄດ້ເລີ່ມນຳເອົານ້ຳຈາກພູສູງມາສູ່ນາຂັ້ນໄດ ເພື່ອກະກຽມໃຫ້ແກ່ລະດູການຜະລິດໃໝ່. ນ້ຳໄດ້ໄຫຼຜ່ານແຕ່ລະເນື້ອທີ່ນາຂັ້ນໄດ ອັນໄດ້ສ້າງເປັນທັດຊະນີຍະພາບທີ່ງົດງາມເປັນໜ້າປະທັບໃຈ ເຮັດໃຫ້ຜູ້ຄົນທັງຫຼາຍຫຼົງໄຫຼ. ອ້າຍ ທ່າວອາເກີ໊ ຢູ່ເມືອງ ໝູ່ກັງຈ໋າຍ ໃຫ້ຮູ້ວ່າ: ພາຍຫຼັງຜັກຜ່ອນເປັນເວລາສາມເດືອນ ອ້າຍໄດ້ເລີ່ມໄຖນາ ແລະ ນຳເອົານ້ຳມາສູ່ ເນື້ອທີ່ ນາຂັ້ນໄດຂອງຄອບຄົວຕົນ. ອ້າຍ ທ່າວອາເກີ໊ ເວົ້າວ່າ:

      “ປີນີ້ເກີດຝົນຕົກໜັກ ໄດ້ຊ່ວຍໃຫ້ການໄຖນາມີຄວາມສະດວກ. ນ້ຳໄຫຼມາເຕັມໄດ້ຊ່ວຍໃຫ້ການປັກດຳກໍ່ມີຄວາມສະດວກສະບາຍກວ່າ”.

      ໃນຂະນະນັ້ນອ້າຍ ຢ່າງອາເຢ ຢູ່ຕາແສງ ລາປັນເຕິ໋ນ ກໍ່ບໍ່ຫວາດຫວັ່ນຕໍ່ເສັ້ນທາງທີ່ຫ່າງໄກ ພູຜາປ່າໄມ້ ໄດ້ໄປຮອດເນື້ອທີ່ນາຂັ້ນໄດຢູ່ໃນເມືອງ ເພື່ອຖ່າຍຮູບທີ່ລະນຶກ ພ້ອມທັງແນະນຳກ່ຽວກັບທຳມະຊາດຢູ່ເຂດພູສູງ ໝູ່ກັງຈ໋າຍ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ອ້າຍ ຢ່າງອາເຢ ໃຫ້ຮູ້ວ່າ:

     “ຍາມນ້ຳຖ້ວມກໍ່ຕ້ອງເກີດຝົນຕົກຫຼາຍ. ຝົນຕົກນ້ຳກໍ່ຫຼັ່ງໄຫຼມາສະເໝີ ຈຶ່ງສາມາດດຶງດູດແຂກທ່ອງທ່ຽວໄດ້ຫຼາຍ”.

     ມາທ່ຽວຢູ່ ໝູ່ກັງຈ່າຍ ໃນຍາມນ້ຳຖ້ວມ ແຂກທ່ອງທ່ຽວຈະມີໂອກາດຄົ້ນຫາສິ່ງທີ່ເປັນເອກະລັກຄື ຍ່າງລຽບຕາມເສັ້ນທາງດິນທີ່ຄົດງໍ ຜ່ານບັນດາເນື້ອທີ່ນາຂັ້ນໄດ ເພື່ອເຫັນປະຈັກຕາຄວາມງາມຍາມນ້ຳຖ້ວມ ພ້ອມທັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວປ້ານຄູນາ, ໄຖນາ ປັກດຳ ພ້ອມກັບຊາວທ້ອງຖິ່ນ ເພື່ອເພີ່ມຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊີວິດຂອງປະຊາຊົນຢູ່ແຫ່ງນີ້. ທ່ານ ຊີວີໂອ ແຂກທ່ອງທ່ຽວຊາວ ອີຕາລີ ເປັນຄັ້ງທຳອິດໄດ້ມາທ່ຽວໝູ່ກັງຈ໋າຍ ໃນຍາມນ້ຳຖ້ວມກໍ່ມີຄວາມຕົກສະເງິຕໍ່ທິວທັດທຳມະຊາດຢູ່ແຫ່ງນີ້. ສອງຜົວເມຍທ່ານ ກໍ່ໄດ້ລົງໄຖນາຕົວຈິງ ປຽບເໝືອນຊາວກະສິກອນຢູ່ທີ່ນີ້. ທ່ານ ຊີວີໂອ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ລົງໄຖນາຕົວຈິງ ກໍ່ເມື່ອຍຫຼາຍ ແຕ່ກໍ່ເປັນໜ້າຈັບໃຈ. ຊ່ວງເວລານັບແຕ່ນີ້ຫາເດືອນ ກັນຍາ ຈຶ່ງເກັບກ່ຽວ, ຂ້າພະເຈົ້າມີຄວາມເຂົ້າໃຈເຖິງຄວາມລຳບາກຂອງຊາວກະສິກອນຢູ່ແຫ່ງນີ້. ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມີການຄົ້ນຫາເປັນໜ້າຈົດຈຳເຊັ່ນນີ້”.

     ມາທ່ຽວຢູ່ ໝູ່ກັງຈ໋າຍຍາມນ້ຳຖ້ວມ ນອກຈາກໄດ້ຮັບຊົມຄວາມງາມຂອງນາຂັ້ນໄດແລ້ວ, ແຂກທ່ອງທ່ຽວຍັງໄປທັດສະນະສຶກສາຄົ້ນຫາຄວາມງາມຢູ່ກິ່ວ ເຂົ້າຝ້າ ທີ່ງົດງາມທີ່ສຸດຢູ່ ຫວຽດນາມ ຢູ່ນີ້ແຂກທ່ອງທ່ຽວກໍ່ໍ່ສາມາດຮັບຊົມທິວທັດ ໝູ່ກັງຈ໋າຍ ທັງໝົດຈາກບ່ອນສູງ ຫຼື ຈະໄດ້ຄົ້ນຫາການເຄື່ອນໄຫວບິນຈ້ອງເວີ່ນທີ່ດູດດື່ມ. ນາງ ເລືອງທິຊ້ວຽນ ຮອງປະທານຄະນະກຳມະການປະຊາຊົນເມືອງ ໝູ່ກັງຈ໋າຍ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າກໍ່ໄດ້ກຳນົດວ່າ ການທ່ອງທ່ຽວຢູ່ໝູ່ກັງຈ໋າຍ ແມ່ນທິດກ້າວເດີນເພື່ອພໍ່ແມ່ພີ່ນ້ອງເພີ່ມລາຍຮັບ ພັດທະນາເສດຖະກິດ. ນອກຈາກເຮັດນາແລ້ວ ກໍ່ຕ້ອງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ການນຳໃຊ້ທັດສະນີຍະພາບນີ້ ກໍ່ເພີ່ມການບໍລິການທ່ອງທ່ຽວ”.

     ດ້ວຍຄວາມເອົາໃຈໃສ່ກະກຽມຢ່າງລອບຄອບຖີ່ຖ້ວນຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຈິດໃຈຮັກແພງແຂກຂອງຊາວທ້ອງຖິ່ນ, ໝູ່ກັງຈ໋າຍ ຍາມນ້ຳຖ້ວຍກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດີສຳລັບບໍ່ວ່າຜູ້ໃດມັກຄົ້ນຫາທຳມະຊາດ ແລະ ວັດທະນະທຳຢູ່ແຫ່ງນີ້

ຕອບກັບ

ຂ່າວ/ບົດ​ອື່ນ