ປ່າສະຫງວນແຫ່ງຊາດ ກ໊າດຕຽນ - ແຫ່ງອະນຸລັກທຳມະຊາດ ແລະ ຊີວະນາໆພັນຢູ່ ຫວຽດນາມ

(VOVWORLD) -ທ້າຍເດືອນ ມິຖຸນາ ທີ່ຜ່ານມາປ່າສະຫງວນແຫ່ງຊາດ ກ໊າດຕຽນ ໄດ້ກາຍເປັນປ່າສະຫງວນແຫ່ງທຳອິດຢູ່ ຫວຽດນາມ ໄດ້ຮັບນາມມະຍົດສີຂຽວ ໂດຍສະຫະພັນອະນຸລັກທຳມະຊາດສາກົນ ຫຼື IUCN ຮັບຮອງ. ບັນລຸໄດ້ນາມມະຍົດດັ່ງກ່າວ ແມ່ນຍ້ອນໃນຫຼາຍປີທີ່ຜ່ານມາ ກ໊າດຕຽນ ໄດ້ພະຍາຍາມອະນຸລັກຮັກສາ ເຊິ່ງລວມມີການຮັກສາຊີວະປະເພດຕ່າງໆພວມມີຄວາມສ່ຽງຖືກສູນຫາຍ ແລະ ຮັກສາຊີວະນາໆພັນຢູ່ແຫ່ງນີ້. ປ່າສະຫງວນແຫ່ງຊາດ ກ໊າດຕຽນ
ປ່າສະຫງວນແຫ່ງຊາດ ກ໊າດຕຽນ - ແຫ່ງອະນຸລັກທຳມະຊາດ ແລະ ຊີວະນາໆພັນຢູ່ ຫວຽດນາມ - ảnh 1ປ່າສະຫງວນແຫ່ງຊາດ ເບິ່ງຈາກທີ່ສູງ

     ດ້ວຍການຂີ່ລົດໂອໂຕເປັນເວລາປະມານ 3 ຊົ່ວໂມງເຄິ່ງຈາກນະຄອນ ໂຮ່ຈີມິນ ຜ່ານແມ່ນ້ຳ ລາງ່າ ມຸ່ງໄປສູ່ທິດແຂວງ ເລິມດົ່ງ, ປ່າສະຫງວນແຫ່ງຊາດ ກ໊າດຕຽນ ແມ່ນຕົວຢ່າງໄດ້ມາດຕະຖານລະບົບນິເວດປ່າໂຊນຮ້ອນຂອງເຂດທາງທິດຕາເວັນອອກພາກໃຕ້. ປ່າສະຫງວນແຫ່ງຊາດ ກ໊າດຕຽນ ມີຍອດເນື້ອທີ່ 82.000 ກວ່າເຮັກຕາ ນອນຢູ່ໃນບໍເວນສາມແຂວງຄື ດົ່ງນາຍ, ເລິມດົ່ງ, ບິ່ງເຟືອກ. ກ໊າດຕຽນ ລວມມີສັດປະມານ 1.730 ປະເພດ ແລະ ພຶກສາຊາດ 1.655 ປະເພດ. ເພາະສະນັ້ນເຂດປ່າແຫ່ງນີ້ມີບົດບາດສຳຄັນໃນການສ້າງລະບົບນິເວດ, ຮັກສາຊີວະນາໆພັນພ້ອມທັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຫາເງິນລ້ຽງຊີບ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ. ປ່າສະຫງວນແຫ່ງຊາດ ກ໊າດຕຽນ ພວມມີນົກ 340 ຊະນິດ ກວມເອົາກວ່າ 40% ຍອດຈຳນວນນົກຂອງ ຫວຽດນາມ. ນອກຈາກນັ້ນ ກໍ່ຍັງມີທະນີຂາດຳ, ທະນີແກ້ມເຫຼືອງ, ກະທິງ… ທ່ານ ເລດຶກແຄັ໊ງ ພະນັກງານເຂດປ່າສະຫງວນແຫ່ງຊາດ ກ໊າດຕຽນ ໃຫ້ຮູ້ວ່າ:

      “ກະທິງ ເຄີຍຢູ່ຕາມຝູງ, ຝູງໜ້ອຍທີ່ສຸດມີແຕ່ 1 ຫາ 3ໂຕ ຝູງມີຫຼາຍທີ່ສຸດແມ່ນກວ່າ 12 ໂຕ, ແຂກທ່ອງທ່ຽວອາດຈະຂຶ້ນບ່ອນສູງ ເພື່ອສັງເກດ. ຍາມຕົ້ນລະດູຝົນກໍ່ສາມາດພົບເຫັນກະທິງໄດ້ງ່າຍ ຍ້ອນວ່າຍາມຝົນ ຫຍ້າອ່ອນກໍ່ເລີ່ມອອກໜໍ່ ນີ້ແມ່ນອາຫານທີ່ກະທິງມັກທີ່ສຸດ”.

     ໜຶ່ງໃນບັນດາສະຖານທີ່ທີ່ລືຊື່ຢູ່ເຂດປ່າແຫ່ງນີ້ ແມ່ນຕົ້ນໄມ້ໃຫຍ່ມີອາຍູ 400 ປີ ສູງກວ່າ 40 ແມັດ, ດ້ວຍເສັ້ນຜ່າສູນກາງເຖິງ 1 ແມັດ ນອກຈາກນັ້ນກໍ່ຍັງມີຕົ້ນໂພໃຫຍ່ອາຍຸນັບຮ້ອຍປີ. ນອກຈາກລະບົບນິເວດທຳມະຊາດແລ້ວ ເຂດປ່ານີ້ຍັງມີສູນກູ້ໄພສຳລັບສັດທີ່ມີຊື່ສຽງໃນໂລກ. ກ໊າດຕຽນ ຍັງປະຕິບັດບັນດາໂຄງການຟື້ນຟູຕິດຕາມກວດກາຊີວະນາໆພັນ, ຟື້ນຟູຕົ້ນໄມ້ປະດັບເຊິ່ງພົ້ນເດັ່ນຂຶ້ນ ແມ່ນເຫັດໃຫຍ່ຊະນິດຕ່າງໆ. ນັກຄົ້ນຄວ້າ ຟ້າມຫງອກເຢືອງ ພະນັກງານສັງກັດເຂດປ່າຫງວນແຫ່ງຊາດ ກ໊າດຕຽນ ໃຫ້ຮູ້ວ່າ:

    “ຕາມການສຶກສາຄົ້ນຄວ້າແລ້ວ ກ໊າດຕຽນ ມີເຫັດໃຫຍ່ 400 ຊະນິດ ໃນນັ້ນມີ 50 ຊະນິດ ມີມູນຄ່າປຸງແຕ່ງອາຫານ ແລະ ຢາສະໝູນໄພ ແລະ ຜັນຂະຫຍາຍຄົ້ນຄວ້າ 15 ຂັ້ນຕອນປູກເຫັດຈາກແນວພັນເຫັດທຳມະຊາດ”.

     ບໍ່ພຽງແຕ່ອະນຸຮັກສາທາງດ້ານຊີວະ, ປ່າສະຫງວນແຫ່ງຊາດ ກ໊າດຕຽນ ຍັງແມ່ນສະຖານທີ່ທີ່ດີສຳລັບແຂກທ່ອງທ່ຽວ ເມື່ອໄດ້ເຊື່ອມຕົວເຂົ້າກັບທຳມະຊາດ ແລະ ໄດ້ຊອກຮູ້ສັດພຶກສາຊາດຫຼາຍຊະນິດ. ແຕ່ລະປີ ກ໊າດຕຽນ ໄດ້ຕອນຮັບແຂກທັງຢູ່ພາຍໃນ ແລະ ຕ່າງງປະເທດຈາກ 55.000 ຫາ 65.000 ເທື່ອຄົນມາທັດສະນະສຶກສາຄົ້ນ ຄວ້າ. ເພື່ອນ ຟ້າມອານ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ກ໊າດຕຽນ ມີລັກສະນະຊີວະນາໆພັນ ຂະນະທີ່ມີປ່າດົງດິບ, ປ່ານ້ຳຖ້ວມ ພ້ອມກັບສັດທີ່ມີຄ່າຫາຍາກຫຼາຍປະເພດ. ອາກາດຢູ່ທີ່ນີ້ປອດໂປ່ງ ແລະ ເຢັນສະບາຍ”.

     ພາຍຫຼັງເຄື່ອນຍ້າຍດ້ວຍລົດໂອໂຕ ຜ່ານໄລຍະທາງເກືອບ 20 ກິໂລແມັດ, ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມລາຍການຍ່າງຜ່ານປ່າດົງດິບ ດ້ວຍໄລຍະທາງກວ່າ 5 ກິໂລແມັດ ເພື່ອຮອດ ເບົ່າເສົາ ເພື່ອຄົ້ນຫາຄວາມລຶກລັບຂອງທຳມະຊາດຢູ່ແຫ່ງນີ້. ບັນດາໂຄງການ ແລະ ຂໍ້ລິເລີ່ມສຶກສາອົບຮົມທາງດ້ານສິ່ງແວດລ້ອມໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວກໍ່ໄດ້ຜັນຂະຫຍາຍແນໃສ່ຍົກສູງລະດັບຄວາມຮັບຮູ້ ກ່ຽວກັບຄວາມສຳຄັນຂອງການຮັກສາຊັບພະຍາກອນທຳມະຊາດ. ທ່ານ ຟ້າມວັນທິ້ງ ຜູ້ອຳນວຍການເຂດປ່າສະຫງວນແຫ່ງຊາດ ກ໊າດຕຽນ, ດົ່ງນາຍ ແບ່ງປັນວ່າ:

       “ພວກຂ້າພະເຈົ້າຖືວ່າ ນີ້ຄືດັ່ງເຄື່ອງມືເພື່ອຕິດຕາມກວດກາ ຕີລາຄາສະພາບການພາຍໃນເຂດປ່າ. ນີ້ກໍ່ແມ່ນໄມ້ວັດໃຫ້ແກ່ການເຄື່ອນໄຫວຊີວະນາໆພັນທັງໝົດຂອງເຂດປ່ານັບແຕ່ນີ້ເປັນຕົ້ນໄປ”.

       ໃນປີ 2001 ປ່າສະຫງວນແຫ່ງຊາດ ກ໊າດຕຽນ ໄດ້ຮັບການຮັບຮອງຈາກ Unesco ແມ່ນເຂດນິເວດທຳມະຊາດໂລກ ແລະ ຮອດປີ 2005 ຫວຽດນາມໄດ້ຈັດເຂດ ປ່າສະຫງວນແຫ່ງຊາດ ກ໊າດຕຽນ ແມ່ນສະຖານທີ່ລະດັບຊາດພິເສດ

ຕອບກັບ

ຂ່າວ/ບົດ​ອື່ນ