ວິຫານບູຊານາຍພົນ ຮວ່າງລຸກ ໃນແຂວງ ກາວບັ່ງ

(VOVWORLD) -ວິຫານ ຮວ່າງລຸກ ຖືກຕັ້ງຢູ່ຕາແສງ ດິ່ງຟອງ ເມືອງ ຈຸ່ງແຂັງ ແຂວງ ກາວບັ່ງ ໂດຍປະຊາຊົນໄດ້ກໍ່ສ້າງມາແຕ່ສະຕະວັດທີ XI ເພື່ອບູຊານາຍພົນ ຮວ່າງລຸກ ເຊິ່ງແມ່ນນາຍພົນຊາວເຜົ່າ ໄຕ໋  ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການຕໍ່ຕ້ານຕ້ານພວກສັດຕູ ຈາກພາຍນອກເຂົ້າມາຮຸກຮານ. ກິດຈະກຳນີ້ແມ່ນມີຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ ແລະ ມີຄວາມໝາຍທາງດ້ານຈິດວິນຍານ ພິເສດຢູ່ຊາຍແດນຂອງປະເທດຊາດ.
ວິຫານບູຊານາຍພົນ ຮວ່າງລຸກ ໃນແຂວງ ກາວບັ່ງ - ảnh 1ວິຫານຮວ່າງລຸກຖືກຕັ້ງຢູ່ໃຕ້ຮົ່ມເຢັນຂອງແຖວຕົ້ນແປກຂຽວອຸ່ມທຸ່ມ ຢູ່ເທິງໂນນ ດ່ອງລິງ

    ຮວ່າງລຸກ ແມ່ນຜູ້ນຳ ແມ່ນນາຍພົນໃນສະໄໝເຈົ້າຊີວິດ ຫຼີເຍິນຕົງ ໃນສະຕະວັດທີ XI ລາວມີຄູນງາມຄວາມດີອັນໃຫຍ່ຫຼວງຕໍ່ປະເທດຊາດ ໃນການຕໍ່ຕ້ານຕ້ານພວກທະຫານ ຕົ໊ງ ເຂົ້າມາຮຸກຮານ ເມື່ອປີ 1076. ຕາມປະຫວັດສາດແລ້ວ ນາຍພົນ ຮວ່າງລຸກ ເກີດປີ 1038 ຢູ່ຕາແສງ ຫຼຸງດິງ ຂຶ້ນກັບເມືອງ ເລື້ອງລາງ  ປັດຈຸບັນແມ່ນ ຕາແສງດິ່ງຟອງ ເມືອງ ຈຸ່ງແຂັງ, ວິຫານຮວ່າງລຸກຖືກຕັ້ງຢູ່ໃຕ້ຮົ່ມເຢັນຂອງແຖວຕົ້ນແປກຂຽວອຸ່ມທຸ່ມ ຢູ່ເທິງໂນນ ດ່ອງລິງ ຫ່າງຈາກຊາຍແດນ ຫວຽດນາມ - ຈີນ ປະມານ 4 ກິໂລແມັດ. ວິຫານ ຮວ່າງລຸກ ໄດ້ປຸກສ້າງມາແຕ່ປີໃດກໍ່ບໍ່ທັນຮູ້ແຈ້ງເທື່ອ ແຕ່ປັດຈຸບັນວິຫານຍັງເຫຼືອພຽງສອງຫ້ອງບູຊາ ດ້ວຍເນື້ອທີ່ປະມານ 100 ຕາແມັດ ປະຕູວິຫານມຸ່ງໄປສູ່ທິດໃຕ້ ຫຼັງຄາຖືກມຸງດ້ວຍດິນຂໍ. ຕາມບັນດາຜູ້ອາຍຸສູງໃນເຂດ ໄດ້ເລົ່າຄືນສູ່ຟັງວ່າ  ເມື່ອກ່ອນນີ້ໃນວິຫານກໍ່ມີຮູບຫຼໍ່ນາຍພົນ ຮວ່າງລຸກ ດ້ວຍທອງ ສອງເບ້ືອງກໍ່ມີຮູບປັ້ນເຈົ້າເສນາອາມາດ ແລະ ລະຄັງຢູ່ທາງຫຼັງກໍ່ມີຮ້ານບູຊາ ແລະ ໂຖປັກທູບຫຼາຍໜ່ວຍ, ປັດຈຸບັນບັນດາວັດຖຸພັນນີ້ໄດ້ຖືກສູນຫາຍໄປແລ້ວ. ຄຸນຄ່າທີ່ຍັງເຫຼືອຂອງວິຫານແຫ່ງນີ້ ກໍ່ແມ່ນວັດສະດຸກໍ່ສ້າງ. ວິຫານມີຝາຖືກກໍ່ດ້ວຍດິນດາກ ປົນກັບອ້ອຍນ້ຳຕານ.  ນາງ ວີທິທ໋າວ ພະນັກງານວັດທະນະທຳຕາແສງ ດິ່ງຟອງ ເມືອງ ຈຸງແຂັງ ໃຫ້ຮູ້ວ່າ:

      “ໂດຍພື້ນຖານແລ້ວ ວິຫານກໍ່ຍັງໄດ້ຮັບການຮັກສາໄວ້ເໝືອນເດີມ ຕາມບັນດາຜູ້ອາຍຸສູງ ໄດ້ເລົ່າຄືນສູ້ຟັງວ່າ ເມື່ອກໍ່ສ້າງ ຊາວບ້ານໄດ້ໃຊ້ດິນດາກປົນກັບອ້ອຍນ້ຳຕານ ເພື່ອກໍ່ຝາວິຫານຢູ່ອ້ອມແອ້ມ”.

      ເມື່ອກ່ອນນີ້ງານບຸນ ວິຫານ ຮວ່າງລຸກ  ຖືກຈັດຂຶ້ນສອງເທື່ອຕໍ່ປີ ໃນວັນເພງເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ ແລະ ໃນລະດູໃບໄມ້ຫຼົ່ນ. ໃນທຸກວັນນີ້ງານບຸນວິຫານ ຮວ່າງລຸກ ຖືກຈັດຂຶ້ນໃນວັນທີ 28 ເດືອນ ຍີ່ ໄລ່ຕາມຈັນທະປະຕິທິນ. ຂັ້ນຕອນຈັດບຸນ ກໍ່ມີບັນດາການລະຫຼິ້ນຄື ໂຍນໝາກຄອນ, ຟ້ອນສິງໂຕ, ຂັບກ້ຽວ... ລຸງ ຮ່າດິງຕວານ ຊາວຕາແສງ ດິ່ງຟອງ ເມືອງ ຈຸງແຂັງ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

     “ແຕ່ລະປີ ຮອດວັນທີ 28 ເດືອນ ຍີ່ ໄລ່ຕາມຈັນທະປະຕິທິນ, ພໍ່ແມ່ພີ່ນ້ອງໄດ້ມາຖວາຍບູຊາຢ່າງຫຼວງຫຼາຍ. ເຮືອນຂ້າພະເຈົ້າກໍ່ຢູ່ໃກ້ກັບວິຫານຮວ່າງລຸກ ດັ່ງນັ້ນສອງສາມປີ ຂ້າພະເຈົ້າກໍ່ໄດ້ມາ ຈູດທູບໄຕ້ທຽນຢູ່ວິຫານເທື່ອໜຶ່ງ. ນາຍພົນ ຮວ່າງລຸກ ກໍ່ແມ່ນ ນາຍພົນປົກປັກຮັກສາຊາຍແດນ ດັ່ງນັ້ນພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ນາຍພົນ”.

       ປີ 2004 ວິຫານ ຮວ່າງລຸກ ໄດ້ຮັບໃບຢັ້ງຢືນຈາກແຂວງ ກາວບັ່ງ ແມ່ນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບແຂວງ, ພະລາຊະດຳລັດ 4 ສະບັບໃນສະໄໝລາດຊະວົງ ຫງວຽນ ທີ່ມອບໃຫ້ແກ່ບັນດາຜູ້ເຝົ້າຍາມວິຫານ ພວມໄດ້ຮັບການເກັບຮັກສາຢູ່ຫໍພິພິທະພັນແຂວງ ກາວບັ່ງ. ຫຼາຍປີທີ່ຜ່ານມາວິຫານແຫ່ງນີີ້ ໄດ້ດຶງດູດແຂກທ່ອງທ່ຽວ ມາຈາກສາລະທິດ ມາຈູດທູບໄຕ້ທຽນຖວາຍບູຊາ ເພື່ອພາວະນາໃຫ້ມີໂຊກມີລາບ ແລະ ມີຄວາມຢູ່ເຢັນເປັນສຸກ.         ທ້າວ ຮວ່າງກວາງຈຸງ  ແຂກທ່ອງທ່ຽວມາຈາກ ຖາຍງວຽນ ເປີດເຜີຍວ່າ:

       “ຂ້າພະເຈົ້າຕີລາຄາວ່າ ນີ້ແມ່ນວິຫານທີ່ສັກສິດທີ່ສຸດ, ຈາກວິຫານໄປຍັງນ້ຳຕົກຕາດ ບ໋ານຢົກ ກໍ່ຫ່າງຈາກພຽງປະມານ 30 ກິໂລແມັດເທົ່ານັ້ນ ມີຄວາມສະດວກສະບາຍໃຫ້ແກ່ການເດີນທາງທ່ອງທ່ຽວ. ແຕ່ລະປີຂ້າພະເຈົ້າກໍ່ໄດ້ສັບຊ້ອນເວລາມາຖວາຍຈູດທູບໄຕ້ທຽນບູຊາ  ຫຼັງຈາກນັ້ນກໍ່ແວ່ຢາມນ້ຳຕົກຕາດ ບ໋ານຢົກ. ຂ້າພະເຈົ້າຄິດວ່ານີ້ແມ່ນການທ່ອງທ່ຽວທີ່ດູດດື່ມ”.

         ທ່ານຮວ່າງວັນທົງ ປະທານຄະນະກຳມະການປະຊາຊົນ ຕາແສງ ດິ່ງຟອງ ເມືອງ ຈຸງແຂັງ ໃຫ້ຮູ້ວ່າ:

        “ປະຊາຊົນໃນຕາແສງ ດິ່ງຟອງ ມີຄວາມເອກອ້າງທະນົງໃຈ ແລະ ຮູ້ບຸນຄຸນຕໍ່ນາຍພົນຄົນໜຶ່ງ ທີ່ໄດ້ມີຄຸນງາມຄວາມດີໃນການປົກປັກຮັກສາຊາຍແດນ. ເສີມຂະຫຍາຍມູນເຊື້ອຮັກຊາດຂອງພີ່ນ້ອງ ໃນຕາແສງ ດິ່ງຟອງ ຍາມໃດຫກໍ່ສາມັກຄີ ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ”.

         ວັນເວລາໄດ້ລ່ວງເລີຍໄປ ແຕ່ວິຫານ ຮວ່າງລຸກ ຍັງຄົງຕົວຢູ່ແຄມແມ່ນ້ຳ ກຸຍເຊີນ ຄືດັ່ງສະຖານທີ່ວັດທະນະທຳປະຫວັດສາດຂອງປະເທດຊາດ. ວິຫານແຫ່ງນີ້ໄດ້ຮັບການລົງທຶນບູລະນະປະຕິສັງຂອນ ໃຫ້ນັບມື້ນັບໃຫຍ່ໂຕໂອໂຖງ ແລະ ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ