ການທ່ອງທ່ຽວຄົ້ນຫາທິວທັດທຳມະຊາດຜ່ານລົດໄຟ

(VOVWORLD) -ຂະບວນລົດໄຟທ່ອງທ່ຽວທີ່ມີຊື່ວ່າ “ເຊື່ອມຕໍ່ມໍລະດົກພາກກາງ” ເຊິ່ງໄດ້ເຊື່ອມຕໍ່ລະຫວ່າງແຂວງ ເທື່ອທຽນເຫວ໊ ກັບນະຄອນດ່າໜັງ ໄດ້ເລີ່ມຮັບໃຊ້ແຊກທ່ອງທ່ຽວນັບແຕ່ວັນທີ 26 ມີນາເປັນຕົ້ນໄປ. ນີ້ແມ່ນຂະບວນລົດໄຟທ່ອງທ່ຽວຜ່ານສະຖານທີ່ງາມທີ່ສຸດຢູ່ ຫວຽດນາມ. ແຂກທ່ອງທ່ຽວເມື່ອຂີ່ລົດໄຟຈະໄດ້ຢຽມຊົມບັນດາທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ໃນນັ້ນພົ້ນເດັ່ນຂຶ້ນແມ່ນ ກິວຫ໋າຍເວິນ ແລະ ອ່າວລັງໂກ
ການທ່ອງທ່ຽວຄົ້ນຫາທິວທັດທຳມະຊາດຜ່ານລົດໄຟ - ảnh 1ຂະບວນລົດໄຟທ່ອງທ່ຽວເຊື່ອມຕໍ່ລະຫວ່າງແຂວງ ເທື່ອທຽນເຫວ໊ ກັບນະຄອນດ່າໜັງ ໃຊ້ເວລາປະມານ 3 ຊົ່ວໂມງ

    ແຕ່ລະວັນບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ມີສອງຂະບວນລົດໄຟໝາຍເລກ HD1/2 ແລະ HD3/4 ລະຫວ່າງ ເຫວ໊ - ດ່າໜັງ. ໃນເບື່ອງຕົ້ນຂະບວນລົດໄຟທ່ອງທ່ຽວລວມມີ 5 ຕູ້ລົດໄຟທີ່ປະກອບເຄື່ອງປັບອາກາດ ແລະ ໜຶ່ງຕູ້ຮັບໃຊ້ແຂກທ່ອງທ່ຽວດ້ວຍບັນດາເຍື່ອງອາຫານຂອງເຫວ໊, ດ່າໜັງ ແລະ ມີລາຍການສະແດງຂັບກາເຫວ໊. ນາງ ຮວ່າງຮວ່າບິ່ງ ແຂກທ່ອງທ່ຽວທີ່ໄດ້ຂີ່ລົດໄຟດັ່ງກ່າວໃຫ້ຮູ້ວ່າ:

 “ເມື່ອຂີ່ລົດໄຟ ຂ້າພະເຈົ້າກໍ່ຮູ້ສຶກມີຄວາມສະບາຍໃຈ ໄດ້ໂອ້ລົມກັບທຸກໆຄົນ. ເມື່ອໄປຮອດລັງໂກ ຂ້າພະເຈົ້າ ແລະ ທຸກໆຄົນໄດ້ລົງຖ່າຍຮູບເປັນທີ່ລະນຶກ. ເມື່ອເດີນຜ່ານກິ່ວຫ໋າຍເວິນ ທີ່ງົດງາມ ກໍ່ເຮັດໃຫ້ທຸກໆຄົນຮູ້ສຶກປະທັບໃຈເມື່ອຂີ່ລົດໄຟ”.

ດ້ວຍເວລາຂີ່ລົດໄຟປະມານ 3 ຊົ່ວໂມງ, ຂະບວນລົດໄຟຈະນຳແຂກທ່ອງທ່ຽວເດີນຜ່ານກິ່ວຫ໋າຍເວິນ. ແຂກທ່ອງທ່ຽວຈະໄດ້ຕ້ອນຮັບແສງອາລຸນໃໝ່ ເມື່ອດວຕາເວັນຂຶ້ນຢ້ຽມຊົມທິວທັດຍາມດວງຕາເວັນຕົກຢູ່ ອ່າວລັງໂກ ເຊິ່ງແມ່ນອ່າວທະເລງາມທີ່ສຸດໃນໂລກ. ນາງ ໂຮ່ທິເກິ໋ມຫ່ຽນ ແຂກທ່ອງທ່ຽວຂີ່ລົດໄຟດັ່ງກ່າວ ເປີດເຜີຍວ່າ:

 “ຂ້າພະເຈົ້າຮູ້ສຶກມີຄວາມປະທັບໃຈທີ່ສຸດ ເມື່ອໄດ້ຢ້ຽມຊົມທິວທັດຢູ່ລັງໂກ ແລະ ກິ່ວຫ໋າຍເວິນ. ພາຍຫຼັງການເດີນທາງທ່ອທ່ຽວນີ້ ຂ້າພະເຈົ້າຈະກັບເມືອເຮັດກຣິບວີດີໂອສັ້ນ ຫຼື ຈະມີບົດຂຽນເພື່ອໂຄສະນາທາງເຟດບຸກ ຫຼື ຕິກຕ໊ອກ ຂອງຕົນ”.

ພາຍຫຼັງສິ້ນສຸດແຕ່ລະໄລຍະທາງຂອງຂະບວນລົດໄຟ, ຢູ່ຕາມສະຖານີລົດໄຟ ບັນດາທ້ອງຖິ່ນກໍ່ໄດ້ຈັດແຈງລະບົບລົດຖີບໃຫ້ເຊົ່າໂດຍອັດຕະໂນມັດ ດ້ວຍຮູບການກວດລະຫັດ QR ເພື່ອຮັບໃຊ້ແຂກທ່ອງທ່ຽວໄປຢ້ຽມຊົມທັດຊະນີຍະພາບ. ພິເສດແຂວງ ເທື່ອທຽນເຫວ໊ ຍັງນຳໃຊ້ນະໂນບາຍໜູນຊ່ວຍຫຼຸດຜ່ອນລາຄາໃຫ້ແກ່ບັນດາອົງການ ສ່ວນບຸກຄົນ ເມື່ອຢ້ຽມຊົມສະຖານທີ່ຕ່າງໆຢູ່ ເຫວ໊. ທ່ານ ຫງວຽນວັນຟຸກ ຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫວ໊ ໃຫ້ຮູ້ວ່າ:

 “ຂະບວນລົດໄຟທ່ອງທ່ຽວສາມາດຕອບສະໜອງຄວາມຕ້ອງການໄປມາຂອງປະຊາຊົນ ແຂກທ່ອງທ່ຽວສ່ວນຫຼາຍຂອງສອງທ້ອງຖິ່ນ ເຫວ໊ ແລະ ດ່າໜັງ. ໃນໄລຍະທີ່ຈະມາເຖິງຂະແໜງທ່ອງທ່ຽວຂອງສອງທ້ອງຖິ່ນຈະເຮັດວຽກກັບວິສາຫະກິດທ້ອງທ່ຽວເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ກ່ຽວຂ້ອງເຖິງຂະບວນລົດໄຟດັ່ງກ່າວ”.

ປັດຈຸບັນບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ພວມສົມທົບກັບບັນດາທ້ອງຖິ່ນມຸ່ງໄປສູ່ການພັດທະນາຂະບວນລົດໄຟທ່ອງທ່ຽວລະດັບຫຼູຫຼາ ເຊື່ອມຕໍ່ລະຫວ່າງຫຼາຍທ້ອງຖິ່ນເຂດແຄວ້ນ. ທ່ານ ດັ້ງສີແມັ້ງ ປະທານສະພາສະມາຊິກບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນກິດຈະກຳສົມທົບລະຫວ່າງການຂົນສົ່ງ ແລະ ພິເສດແມ່ນການທ່ອງທ່ຽວຄົ້ນຫາທິວທັດທຳມະຊາດໃນລະບົບການເດີນທາງຂອງແຂກທ່ອງທ່ຽວ. ລົດໄຟກໍ່ມີຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວຫຼາຍຢ່າງ. ບັນດາສະຖານີລົດໄຟ ກໍ່ແມ່ນກິດຈະກຳສະຖາປັດຕະຍະກຳ ແລະ ມໍລະດົກ”.

 ຂະບວນລົດໄຟທ່ອງທ່ຽວ “ເຊື່ອຕໍ່ມໍລະດົກພາກກາງ” ແມ່ນຮູບແບບທ່ອງທ່ຽວໃໝ່ເຊື່ອມຕໍ່ລະຫວ່າງເຂດແຄວ້ນຢູ່ພາກກາງ ຫວຽດນາມ.  ການເດີນທາງທ່ອງທ່ຽວນີ້ຍັງຈະເຮັດໃຫ້ແຂກທ່ອງທ່ຽວໄດ້ຄົ້ນຫາທິວທັດທຳມະຊາດທີ່ງົດງາມ ເມື່ອມີໂອກາດມາຢາມແຂວງ ເທື່ອທຽນເຫວ໊, ດ່າໜັງ ເຊິ່ງແມ່ນສອງສະຖານທີ່ທ່ອງທ່ຽວລືຊື່ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ