ແທັງເລິນ - ແກ້ວມະນີຊ້ອນໂຕຢູ່ກາງທະເລ

(VOVWORLD) -ແທັງເລິນ ແມ່ນເກາະໃຫ່ຍກວ່າໝູ່ຢູ່ເມືອງ ໂກໂຕ ແຂວງ ກວ໋າງນິງ ດ້ວຍບັນດາຫາດຊາຍທະເລທີ່ງົດງາມຍັງຮັກສາຄວາມຮົກເຮື້ອ. ໂດຍມີຄວາມແຕກຕ່າງກັບບັນຍາກາດຟົດຟື້ນເນືອງນັນຢູ່ບັນດາສະຖານທີ່ທ່ອງທ່ຽວໃນບໍລິເວນເກາະ ໂກໂຕໃຫຍ່, ເກາະແທັງເລິນ ມີຄວາມສະຫງົບງຽບ ດ້ວຍບັນດາຫາດຊາຍທະເລ ທີ່ມີນ້ຳຂຽວໃສເຢັນ ແລະ ຫາດຊາຍຂາວຍາວຢຽດຈົນສຸດສາຍຕາ. ຫຼາຍຄົນໄດ້ຖືເກາະແທັງເລິນ ປຽບເໝືອນແກ້ວມະນີຊ້ອນໂຕຢູ່ກາງທະເລ.   
ແທັງເລິນ - ແກ້ວມະນີຊ້ອນໂຕຢູ່ກາງທະເລ - ảnh 1ຫາດຊາຍທະເລທີ່ງົດງາມຍັງຮັກສາຄວາມຮົກເຮື້ອ

    ພາຍຫຼັງຂີ່ເຮືອອອກຈາກທ່າກຳປັ່ນສາກົນ ອາວຕຽນ ໃນແຂວງ ກວ໋າງນິງ ປະມານໜຶ່ງຊົ່ວໂມງເຄິ່ງ ກໍ່ຈະຮອດເກາະແທັງເລິນທີ່ສວຍສົດງົດງາມ.  ລົດໄຟຟ້າກໍ່ລໍຖ້າຢູ່ທ່າເຮືອ ເພື່ອຕ້ອນຮັບແຂກ.

      “ຂ້າພະເຈົ້າຊື່ວ່າ ບຸ່ຍວັນຊັກ ແມ່ນຊາວຕາແສງ ເກາະແທັງເລີນ. ຂ້າພະເຈົ້າເຄີຍເຮັດບໍລິການ ຮັບ ແລະ ສົ່ງແຂກໄປຍັງບັນດາສະຖານທີ່ອາບນ້ຳທະເລ ແລະ ບັນດາສະຖານທີ່ບັນເທິງໃນເກາະ. ໃນເບື່ອງຕົ້ນທັງເກາະມີລົດໂອໂຕພຽງສອງຄັນເທົ່ານັ້ນ ແຕ່ມາຮອດປັດຈຸບັນພວກຂ້າພະເຈົ້າໄດ້ຫັນມາລົງທຶນເຮັດບໍລິການຮັບໃຊ້ແຂກດ້ວຍລົດໄຟຟ້າ ເພື່ອເປັນມິດກັບສິ່ງແວດລ້ອມ”.

     ແທັງເລິນ ຖືກປ່າປົກຄຸມເຖິງ 70% ເນື້ອທີ່ ດັ່ງນັ້ນກໍ່ມີບັນຍາກາດປອດໂປ່ງເຢັນສະບາຍ. ຢູ່ສອງຟາກທາງແມ່ນແຖວຕົ້ນໄມ້ຂຽວອຸ່ມທຸ່ມ ພາໄປເຖິງສາມຫາດຊາຍທະເລໃຫຍ່ຄື ຫາດຊາຍດົນສິບ, ຫາດຊາຍບາເຈົາ, ຫາດຊາຍຫາຍກວນ ແລະ ເມື່ອບໍ່ດົນມານີ້ກໍ່ມີຕື່ມຫາດຊາຍ C76,

       “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາທ່ຽວຢູ່ເກາະແທັງເລິນ. ຊາວທ້ອງຖິ່ນຢູ່ທີ່ນີ້ມີຈິດໃຈຮັກແພງແຂກ, ທະເລມີນ້ຳໃສຂຽວເຢັນ ແລະ ອາກາດເຢັນສະບາຍປອດໂປ່ງ, ສິນຄ້າ ແລະ ການບໍລິການກໍ່ມີລາຄາທີ່ເໝາະສົມ”.

     “ຜ່ານບັນດາໄລຍະທາງ ຈາກ ຮ່າໂນ້ຍ ໄປຮອດ ແທັງເລິນ, ຂ້າພະເຈົ້າຮູ້ສຶກເຖິງບັນຍາກາດເຢັນສະບາຍ ແລະ ມີຄວາມແຕກຕ່າງຫຼາຍ ເມື່ອທຽບໃສ່ບັນຍາກາດຢູ່ເຂດຕົວເມືອງ ແລະ ຢູ່ແຫ່ງນີ້ຍັງມີທິວທັດທຳມະຊາດຮົກເຮື້ອ”.

      ເພື່ອມຸ່ງໄປສູ່ການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ອຳນາດການປົກຄອງພ້ອມກັບຊາວເກາະແທັງເລິນ ຍາມໃດກໍ່ມີສະຕິຮັກສາສິ່ງແວດລ້ອມ ເພື່ອສ້າງຄວາມເປັນເອກະລັກສະເພາະໃຫ້ເຂດທະເລເກາະນີ້ ຄືດັ່ງຄຳໃຫ້ສັງເກດຂອງທ່ານ ດວ່ານດັກຮຸ່ງ ພະນັກງານຂະແໜງວັດທະນະທຳຕາແສງ ແທັງເລິນ

       “ແທັງເລິນ ມີທັດຊະນີຍະພາບງົດງາມ ອາກາດປອດໂປ່ງເຢັນສະບາຍ. ເພື່ອພັດທະນາການທ່ອງທ່ຽວຍາວນານ ກໍ່ຕ້ອງມີສອງບັນຫາເຊິ່ງພວກຂ້າພະເຈົ້າຖືເປັນສຳຄັນເປັນແຖວໜ້າ. ທີໜຶ່ງ ແມ່ນສິ່ງແວດລ້ອມ. ປະຊາຊົນກໍ່ແມ່ນບັນດາຜູ້ຕ້ອງຮັກສາສິ່ງແວດລ້ອມ ແລະ ກໍ່ແມ່ນຜູ້ຊົມໃຊ້. ທີສອງ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທ່ອງທ່ຽວ ກໍ່ເປັນຢ່າງດີ ປະຊາຊົນມີຈິດໃຈຮັກແພງແຂກ ແລະ ສາມາດພັດທະນາຍາວນານ. ພວກຂ້າພະເຈົ້າຖືຄວາມປອດໄພ ແມ່ນສິ່ງທີ່ສຳຄັນແຖວໜ້າສຳລັບແຂກທ່ອງທ່ຽວ”.

      ປີ 2022 ຕາແສງ ເກາະແທັງເລິນ ໄດ້ຈັດກອງປະຊຸມສົງເສີມການພັດທະນາການທ່ອງທ່ຽວຢ່າງສຳເລັດຜົນ ແລະ ຈາກນັ້ນທ່ອງທ່ຽວຢູ່ ແທັງເລິນ ໄດ້ມີບາດກ້າວຂະຫຍາຍຕົວໃນປີ 2022 ແທັງເລິນ ໄດ້ຕ້ອງຮັບແຂກທ່ອງທ່ຽວຫຼາຍກວ່າ 10.000 ເທື່ອຄົນ ແລະ ພິເສດຕົ້ນປີນີ້ ງານບຸນເປີດປະຕູທະເລ ເປັນຄັ້ງທຳອິດໄດ້ຖືກຈັດຂຶ້ນຢູ່ ແທັງເລິນ ອັນໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ ແລະ ປະຊາຊົນຢູ່ເກາະເປັນຈຳນວນຫຼວງຫຼາຍ. ທ່ານ ຫງວຽນວຽດຢຸ໊ງ ເລຂາຄະນະພັກເມືອງ ປະທານຄະນະກຳມະການປະຊາຊົນເມືອງ ໂກໂຕ ໃຫ້ຮູ້ວ່າ:

      “ເກາະແທັງເລິນ ມີຄວາມງົດງາມທີ່ສຸດ. ພວກຂ້າພະເຈົ້າຍັງເອີ້ນ ແທັງເລິນ ແມ່ນແກ້ວມະນີຊ້ອນໂຕ ເພາະວ່າຢູ່ແຫ່ງນີ້ຍັງບໍ່ທັນໄດ້ຂຸດຄົ້ນໃຫ້ສົມກັບຄວາມສາມາດບົ່ມຊ້ອນເທື່ອ. ຂ້າພະເຈົ້າຫວັງໃຫ້ແຂກທ່ອງທ່ຽວມາທ່ຽວຢູ່ ແທັງເລິນ ຫຼາຍຂຶ້ນເພື່ອໃຫ້ ແທັງເລິນ ກາຍເປັນສະຖານທີ່ພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວທຳມະຊາດທີ່ມີຄຸນນະພາບສູງ”.

       ສຳລັບແຂກທ່ອງທ່ຽວ ເມື່ອມີໂອກາດມາຢາມແທັງເລິນ, ບໍ່ພຽງແຕ່ເມື່ອດວງຕາເວັນຂຶ້ນ ຫາກຍັງຢູ່ໃນເວລາທີ່ດວງຕາເວັນຂຶ້ນຢູ່ ແທັງເລິນ ກໍ່ຈະກາຍເປັນຄວາມຊົງຈຳທີ່ງົດງາມ. ທ້ອງຟ້າແຈ່ມໃສສົ່ງແສງສະຫວ່າງລົງສູ່ໜ້ານ້ຳທະເລທີ່ງົດງາມ, ນົກສາດາແຕ່ລະຝູງບິນເຈີດຕາມຄື້ນຟອງທະເລກໍ່ແມ່ນຄວາມຊົງຈຳຍາກທີ່ຈະລືມໄດ້ສຳລັບແຂກທ່ອງທ່ຽວເມື່ອມີໂອກາດມາທ່ຽວຢູ່ຕາແສງເກາະທີ່ສະຫງົບສຸກຢູ່ກາງທະເລ. 

ຕອບກັບ

ຂ່າວ/ບົດ​ອື່ນ