ໂຄສົກ Viet Hung - ນັກສິນລະປິນດີເດັ່ນຂອງ ວິທະຍຸກະຈາຍສຽງຫວຽດນາມ

(vovworld)- 50 ກວ່າ​ປີທີ່​ຕິດ​ພັນ​ກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ນັກ​ສິນລະ​ປິນດີ​ເດັ່ນ, ​ໂຄສົກ Viet Hung ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ທ່ານ​ຜູ້​ຟັງວິທະຍຸ​ກະຈາຍ​ສຽງ​ຫວຽດນາມ. ​ໂດຍ​ໄດ້​ເປັນຄວາມ​ຊິນ​ເຄີຍ​ແລ້ວ, ​ແຕ່​ລະ​ມື້, ທ່ານ​ຜູ້​ຟັງ​ມັກ​ເປີດ​ວິທະຍຸ​ເພື່ອ​ຮັບ​ຟັງສຽງ​ອ່ານ​ທີ່​ເຕັມ​ໄປ​ດ້ວຍ​ອາລົມ​ຈິດຂອງ​ທ່ານ​ໃນ​ລາຍການວັນ​ນະຄະດີ ສິລະ​ປະ, ອ່ານ​ເລື່ອງ​ຍາມ​ກາງຄືນ.

 ໂຄສົກ Viet Hung - ນັກສິນລະປິນດີເດັ່ນຂອງ ວິທະຍຸກະຈາຍສຽງຫວຽດນາມ  - ảnh 1

( ນັກ​ສິນລະ​ປິນ Viet Hung ພ້ອມກັບເມຍ)

    ​ໃນ​ຊຸມ​ມື້​ນີ້, ​ເຮືອນ​ຫຼັງ​ນ້ອຍໆ​ຂອງ​ຄອບຄົວນັກ​ສິນລະ​ປິນດີ​ເດັ່ນ Viet Hung ມີ​ເພື່ອນ​ມິດ, ​ເພື່ອນ​ຮ່ວມ​ງານ, ຍາດຕິ​ພີ່ນ້ອງ​ມາ​ແບ່ງປັນ​ຄວາມ​ມ່ວນ​ຊື່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພາຍຫຼັງເກືອບ 40 ປີແຫ່ງການ ອຸທິດສ່ວນໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດ. ທ່ານເປັນກຽດໄດ້ຮັບ ນາມມະຍົດ ”ນັກ​ສິນລະປິນ​ດີ​ເດັ່ນ” ຈາກ​ລັດ, ​ໃນ​ໂອກາດ​ສະ​ເຫຼີ​ມ ສະຫຼອງ 122 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ Ho Chi Minh ຜ່ານ​ມາ. ​ເມື່ອ​ໂອ້​ລົມ​ກັບ​ເພື່ອນ​ມິດ, ​ເພື່ອນ​ຮ່ວມ​ງານ​ກ່ຽວ​ກັບອາຊີບ​ຂອງ​ຕົນ, ນັກ​ສິນລະ​ປິນດີ​ເດັ່ນ, ​ໂຄສົກ Viet Hung ​​​ເຄີຍເວົ້າ​ວ່າ, ທ່ານ​​ໄດ້​ກາຍເປັນ​ໂຄສົກ​ໂດຍ​ບັງ​ເອີນ.

    ”​ເມື່ອ​ເຮັດ​ອາຊີບ​ນີ້, ຂ້າພະ​ເຈົ້າ​ກໍ່​ເຊັ່ນ​ດຽວ​ກັບ​ ບັນດາທ່ານຜູ້​ຟັງວິທະຍຸ​ກະຈາຍສຽງ​ໃນ​ໄລຍະ​ສົງຄາມ​ຕ້ານ​ອາ​ເມ​ລິກາ​ກູ້​ຊາດ, ​ແມ່ນ ​ນິຍົມສຽງ​ອ່ານ​ຂອງ​ບັນດາ​ອາ, ອາວ​ໂຄສົກໃນ​ເວລາ​ນັ້ນຫຼາຍ. ​ດັ່ງ​ນັ້ນ​ຈຶ່ງ​ຢາກ​​ເປັນ​ໂຄສົກ. ມີ​ເທື່ອ​ໜຶ່ງ​ມາ​ຢ້ຽມຢາມ​ລຸງ Nguyen Tho, ​​ເມື່ອເຫັນ ຂ້າພະ​ເຈົ້າ​ມັກ​ອາຊີບ​ນີ້, ລຸງ​​ໄດ້​ໃຫ້ຂ້າພະ​ເຈົ້າ​​ອ່ານ​ທົດ​ລອງ. ພາຍຫຼັງ​ຟັງ​ຂ້າພະ​ເຈົ້າ​ອ່ານ​ແລ້ວ​ເອື້ອຍ Tuyet Mai ​ໂຄສົກ​ຜູ້​ມີ​ຊື່​ສຽງຂອງວິທະຍຸ​​ໄດ້​ເວົ້າກັບ​ຂ້າພະ​ເຈົ້າວ່າ, ປະຈຸ​ນັນ​ນ້ອງ​ຢາກ​ເຮັດ​ວຽກ​ຢູ່​ວິທະຍຸ​ກະຈາຍສຽງ​​ເລີຍບໍ່, ​ເຖິງ​ວ່າ​ມັກ​ເປັນ​ໂຄສົກ​ຫຼາຍ ​ແຕ່​ຂ້າພະ​ເຈົ້າ​ພັດຕົກລົງ​ສືບ​ຕໍ່​​ໄປ ຮຽນ​​ເພື່ອໃຫ້ຈົບມະຫາວິທະຍາ​ໄລ​​ກ່ອນ”.

    ​ເວລາ​ນັ້ນ, ນັກ​ສິນລະ​ປິນດີ​ເດັ່ນ Viet Hung ພວມ​ຮຽນ​ມະຫາວິທະຍາ​ໄລ ຄົມມະນາຄົມ ຂົນ​ສົ່ງ. ທ່ານ​ໄດ້​ໝັ້ນ​ໝາຍວ່າ​ພາຍຫຼັງ​ຮຽນ​ຈົບ​ຈະ​​ເຂົ້າ​ເຮັດ​ວຽກ​ຢູ່​ວິທະຍຸ​ກະຈາຍສຽງຫວຽດນາມ, ​ແຕ່​​ເມື່ອ​ຮຽນ​ຈົບ​ມະຫາວິທະຍາ​ໄລປີ 1969 ​ແລ້ວ,  ນັກ​ສິນລະ​ປິນດີ​ເດັ່ນ Viet Hung ​ກໍ່​ເຊັ່ນ​ດຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ​ຜູ້​ອື່ນໆ​ຕ້ອງເຂົ້າ​ເປັນ​ທະຫານ​ ​ ​ໃນ​ເວລາ 3 ປີ ​ແລະ ຮອດ​ຕົ້ນ​ປີ 1973, ທ່ານ​ຈຶ່ງ​ກາຍເປັນ​ໂຄສົກ​ຢ່າງ​ເປັນ​ທາງ​ການ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

    ”ເຖິງວ່າຂ້າພະເຈົ້າມີ​ທ່າໄດ້ປຽບ​ກ່ຽວ​ກັບ​ນ້ຳ​ສຽງ​ກໍ່ຕາມ, ​ແຕ່​ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ,​ ​ເພາະວ່າ​ຮຽນ​ອາຊີບ​ໜຶ່ງ ​ແຕ່​ພັດ​​ຫັນ​ໄປ​ເຮັດ​ອາຊີບ​ອື່ນ ​ແລະ ​ເວລາ​ນັ້ນ​ຫວຽດນາມ​ບໍ່​ທັນ​ມີ​ໂຮງຮຽນ​ໃດ​ສອນ​ກ່ຽວ​ກັບອາຊີບ​ໂຄສົກ​ເທື່ອ. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຕ້ອງ​ຮຽນ​ຕາມ​​ໂຄສົກ​ລຸ້ນກ່ອນ​ເທື່ອ​ລະ​ເລັກ​ລະ​ນ້ອຍ. ຕ້ອງ​ອ່ານ​ຄື​ແນວ​ໃດ​ອ່ານໃຫ້​ຊັດ​ເຈນ​ໃຫ້​ມ່ວນ​ເພື່ອ​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຟັງ​ໄດ້, ນັ້ນ​ແມ່ນ​ເລື່ອງຫຍຸ້ງ​ຍາກທີ່​ສຸດ.”

 ໂຄສົກ Viet Hung - ນັກສິນລະປິນດີເດັ່ນຂອງ ວິທະຍຸກະຈາຍສຽງຫວຽດນາມ  - ảnh 2

    ​ໄລຍະ​ທຳ​ອິດ ນັກ​ສິນລະ​ປິນດີ​ເດັ່ນ Viet Hung ​ຮັບ​ໜ້າ​ທີ່​ອ່ານ​ຂ່າວ​ພະຍາກອນ​ອາກາດ, ທີ່ອອກ​ອາກາດ​ໃນ​ເວລາ 5 ​ໂມງ​ເຊົ້າ. ​ເຖິງ​ວ່າ​ຖືກອ່ານ​ລາ​ຍການ​ນີ້​ໃນ​ເວລາ​​ຫຼາຍ​ປີ​ກໍ່ຕາມ, ​ແຕ່​ທ່ານກໍ່ບໍ່​​ເບື່ອ​ໜ່າຍ, ທໍ້​ຖອຍ​ໃ​ຈ, ຫາກ​ຍັງ​ຖື​ວ່າ​ນີ້​ແມ່ນ​ໄລຍະ​ເວລາ​ເພື່ອ​​ເຝິກ​ແອບ, ຫຼໍ່​ຫຼອມ ​ແລະ ຮ່ຳຮຽນ. ຫຼັງ​ຈາກ​ນັ້ນ, ທ່ານ​ໄດ້​ອ່ານ​​ຄຳແນະນຳ​ກ່ຽວ​ກັບ​ວັນນະຄະດີ ສິລະ​ປະ, ເລື່ອງ​ສັ້ນ. ພຽງ​ແຕ່​ໄດ້​ອ່ານ​ຄື​ແນວ​ນັ້ນ​ແຕ່​ທ່ານ​ກໍ່​ຮູ້ສຶກດີ​ໃຈ​ຫຼາຍ.

    ”​ເມື່ອ​ໄດ້​ອ່ານ​ຄຳແນະນຳກ່ຽວ​ກັບ​ວັນນະຄະດີ ສິລະ​ປະຄື​ແນວ​ນັ້ນ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ. ​ພາຍຫຼັງ​ອ່ານ​ແລ້ວ, ຂ້າພະ​ເຈົ້າ​ມັກຟັງ​ຄືນ​ຫຼາຍ​ເທື່ອ​ເພື່ອ​ຊອກ​ຫາ​ວິທີ​ອ່ານ​ຄື​ແນວ​ໃດ​ໃຫ້​ມ່ວນ​ໃຫ້​ເໝາະ​ສົມ​ກັບ​ເນື້ອ​ໃນໃຈຄວາມກວ່າ, ​ເພາະວ່າ​ຄຳ​ແນະນຳ​ປຽບ​ເໝືອນ​ຄຳ​ເຊື້ອ​ເຊີນ. ຕ້ອງ​ອ່ານ​ຄື​ແນວ​ໃດ​ເພື່ອ​ໃຫ້​ຜູ້​ຟັງ​ຢາກ​ຟັງ​ຕໍ່. ຂ້າພະ​ເຈົ້າ​ຄິດ​ວ່າ​ຕ້ອງ​ຮຽນ​ເທື່ອລະ​ເລັກ, ​ເທື່ອ​ລະ​ນ້ອຍ​ຕ້ອງ​ເຝິກ​ຜົນ​ຫຼໍ່​ຫຼອມຈຶ່ງ​ມີ​ຄວາມ​ຊຳນານ. ອ່ານ​ກໍ່​ຄື​ກັນ, ​ໃນ​ເບື້ອງ​ຕົ້ນ​​​ແມ່ນອ່ານ​ບົດ​ສັ້ນ, ຕໍ່​ມາ​​ຈຶ່ງ​ໄດ້ອ່ານ​ບົດ​ຍາວ, ​ແລະບົດ​ບັນທຶກ”.

    ​​ເມື່ອ​ອ່ານ​ບົດແຕ່ລະ​ປະ​ເພດ, ນັກ​ສິນລະ​ປິນດີ​ເດັ່ນ Viet Hung ກໍ່​ກໍ່​ມີ​ວິທີສະ​ແດງອອກ​ທີ່ແຕກ​ຕ່າງ​ກັນ. ​​ຢາກ​ສະ​ແດງ​ໃຫ້​ມ່ວນ, ທ່ານ​ຕ້ອງ​ຮ່ຳຮຽນ, ຟັງ, ອ່ານໜັງສື​ພິມ ​ແລະ ​ສັງ​ເກດ​ຈາກ​ພຶດຕິ​ກຳ​ຕົວ​ຈິງ. ທ່ານ​ເວົ້າ​ວ່າ​ສິ່ງ​ສຳຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ມີ​ຄວາມ​ຮູ້ສຶກ​ຢ່າງເລິກເຊິ່ງຕໍ່ບົດຄວາມແຕະຖ່າຍທອດອາລົມໄດ້. ທ່ານ​ຍັງ​ຈື່​ຈຳ​​ໄລຍະ​ເວລາ​ທີ່​ທ່ານ​ອ່ານ​ໃຫ້​ລາຍການ​ກະຈາຍສຽງ​ທີ່​ສະຫງວນ​ໃຫ້ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ ຂອງ​ລະບົບ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດຢູ່, ຄວາມ​ຄິດ​ຮອດ​ຄິດ​ເຖິງ, ອາລົມ​ຈິດ​ທັງ​ໝົດ​ຂອງ​ທ່ານລ້ວນ​ແຕ່ສະ​ແດງ​ອອກ​ຜ່ານ​ແຕ່ລະ​ປະ​ໂຫຍ​ກ, ທຸກຖ້ອຍ​ຄຳ. ​ເພາະວ່າ​ທ່ານ​ເຂົ້າ​ໃຈ​ໄດ້ດີ​ຕໍ່ຄວາມ​ຮູ້ສຶກ​ຂອງ​ຜູ້​ດຳລົງ​ຊີວິດ​ຢູ່​ຫ່າງໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ.

    ”​ເມື່ອ​ອ່ານ​ໃຫ້​ລາຍການ​ກະຈາຍສຽງ​ຮັບ​ໃຊ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ຂ້າພະ​ເຈົ້າ​ຄິດ​ວ່າ​ຕ້ອງ​ສະ​ແດງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ​ເພາະວ່າ​ນັ້ນ​ແມ່ນ​ອາລົມ​ຈິດ​ຂອງ​ວິທະຍຸ, ຂອງ​ປະຊາຊົນ​ເຮົາ​ທີ່​ສະຫງວນ​ໃຫ້​ແຫ່ງ​ຊາວ​ຫວຽດນາມ​ທີ່​ພວມດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ຕ້ອງ​ອ່ານ​ຄື​ແນວ​ໃດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ໄດ້​ວ່າ​ຊາວ​ຫວຽດນາມ​ຢູ່​ພາຍ​ໃນ​ປະ​ເທດ​ຍາມ​ໃດ​ຄິດ​ຮອດ​ຄິດ​ເຖິງ​​ເຂົາ​ເຈົ້າ​, ​ເຮັດ​ໃຫ້​ເຂົາ​ເຈົ້າ​ອ່ວາຍ​ເມືອ​ຫາກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ.

 ໂຄສົກ Viet Hung - ນັກສິນລະປິນດີເດັ່ນຂອງ ວິທະຍຸກະຈາຍສຽງຫວຽດນາມ  - ảnh 3

    ຄ່ອຍຮ່ຳຮຽນ​ເທື່ອລະ​ເລັກ,ເທື່ອລະ​ນ້ອຍ, ​ເຝິກຝົນຫຼໍ່​ຫຼອມ ​ໂດຍ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອ, ​ມາ​ຮອດ​ປະຈຸ​ບັນ, ​ສຽງ​ອ່ານ​ຂອງ ນັກ​ສິນລະ​ປິນດີ​ເດັ່ນ Viet Hung ​ໄດ້​ເຮັດ​ໃຫ້​ທ່ານ​ຜູ້​ຟັງ​ຫຼາຍ​ຄົນຮູ້​ສຶກຕື້ນ​ຕັນ​ໃຈ. ບັນດາ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ​​ຈາກ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດທີ່​ຝາກ​ມາ​ໃຫ້​ທ່ານ ​ໄດ້ກາຍ​ເປັນ​ກຳລັງ​ໜູນປຸກລະດົມ​ກຳລັງ​ໃຈ​ເພື່ອ​ໃຫ້​ທ່ານ​ນັບ​ມື້​ນັບ​ຕິດ​ພັນ​ກັບ​ອາຊີບ​ນີ້ກວ່າ​ອີກ.

    ​ເຖິງ​ວ່າ​ໄດ້​ພັກ​ກິນ​ເບ້ຍ​ບຳນານ​ໄດ້ 5 ປີ​ແລ້ວ​ກໍ່​ຕາມ, ​ແຕ່​ທ່ານ​ຍັງ​ຄົງ​ມາ​ຫ້ອງ​ອັດ​ສຽງ​ເປັນ​ປະຈຳ, ​ເພາະວ່າ​ທ່ານ​ຜູ້​ຟັງຍັງ​ຢາກ​ໄດ້​ຮັບ​ຟັງສຽງ​ອ່ານ​ຂອງ​ທ່ານ​. ສຽງ​ອ່ານ​ຂອງນັກ​ສິນລະ​ປິນດີ​ເດັ່ນ Viet Hung ​ແມ່ນ​ຂາດ​ບໍ່​ໄດ້​ໃນບັນດາ​ລາຍການ​ອ່ານ​ເລື່ອງ​ຍາມ​ກາງຄືນ, ​ເລື່ອງ​ຍາວ, ວັນນະຄະ​ດີ ສິລະ​ປະ. ທ່ານ​ຜູ້​ຟັງ​ຍັງ​ລໍຖ້າ​ຮັບ​ຟັງສຽງ​ອ່ານ​ຂອງທ່ານຜ່ານ​ຄື້ນວິທະຍຸ ​ແລະ ​ເວັບ​ໄຊ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ນັ້ນກໍ່​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ທ່ານ​ເມົາ​ມົວ​ກັບ​ອາຊີບ​ເປັນ​ໂຄສົກ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ